ຈີນກັບຣັດເຊຍຈະສືບຕໍ່ດຳເນີນການຮ່ວມມືດ້ານເສດຖະກິດການຄ້າທີ່ເປັນປົກກະຕິ

2023-12-27 15:20:39 cri


ວັນທີ 26 ທັນວານີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບຣັດເຊຍ.


ທ່ານນາງ ເມົານີງຕອບວ່າ: ຈີນກັບຣັດເຊຍດຳເນີນການຮ່ວມມືດ້ານເສດຖະກິດການຄ້າບົນພື້ນຖານເຄົາລົບເຊິ່ງກັນແລະກັນ, ສະເໝີພາບແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ບໍ່ຄວນຖືກຝ່າຍທີສາມແຊກແຊງແລະຈຳກັດ, ສະພາບຄວາມເປັນຈິງໄດ້ຢືນຢັນໃຫ້ເຫັນແລ້ວວ່າ, ການລົງໂທດແລະການໃຊ້ຄວາມກົດດັນ ແມ່ນບໍ່ສາມາດແກ້ໄຂບັນຫາໄດ້, ກົງກັນຂ້າມ, ຍັງຈະພາໃຫ້ເກີດຜົນກະທົບອື່ນໆຕາມມາ. ຈີນຄັດຄ້ານການລົງໂທດພຽງລຳພັງແຕ່ຝ່າຍດຽວ ແລະ “ການຄຸ້ມຄອງເກີນຂອບເຂດ” ທີ່ຂາດຫຼັກອ້າງອີງຂອງກົດໝາຍສາກົນແລະການມອບໝາຍສິດຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ. ຈີນກັບຣັດເຊຍຈະສືບຕໍ່ດຳເນີນການຮ່ວມມືດ້ານເສດຖະກິດການຄ້າທີ່ເປັນປົກກະຕິ ດ້ວຍນ້ຳໃຈເຄົາລົບເຊິ່ງກັນແລະກັນ, ສະເໝີພາບ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.