ສູນກາງພັກຄອມມູນິດຈີນຈັດງານສຳມະນາເພື່ອລະນຶກວັນເກີດປະທານເໝົາເຈີຕຸ່ງ ຄົບຮອບ 130 ປີ

2023-12-27 15:18:31 cri


ຕອນເຊົ້າວັນທີ 26 ທັນວານີ້, ສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມສຳມະນາຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ເພື່ອລະນຶກວັນເກີດປະທານ ເໝົາເຈີຕຸ່ງຄົບຮອບ 130 ປີ.


ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວຄຳປາໄສທີ່ສຳຄັນ. ທ່ານເນັ້ນໜັກວ່າ, ປະທານ ເໝົາເຈີຕຸ່ງແມ່ນນັກລັດທິມາກຜູ້ຍິ່ງໃຫຍ່, ນັກປະຕິວັດຊົນຊັ້ນກຳມາຊີບທີ່ຍິ່ງໃຫຍ່, ແມ່ນແກນກາງຄະນະນຳຮຸ້ນທຳອິດຂອງສູນກາງພັກ, ແມ່ນຜູ້ຍິ່ງໃຫຍ່ທີ່ນຳພາປະຊາຊົນຈີນປ່ຽນແປງຊາຕາກຳຂອງຕົນແລະໂສມໜ້າປະເທດຢ່າງເຖິງຖອງ. ຮູບແບບລະນຶກເຖິງປະທານ ເໝົາເຈີຕຸ່ງ ທີ່ດີທີ່ສຸດ, ກໍຄືສືບທອດພາລະກິດທີ່ບຸກເບີກໂດຍເພິ່ນແລະສືບຕໍ່ພັດທະນາກ້າວໄປຂ້າງໜ້າ.


ທ່ານສີຈິ້ນຜິງຊີ້ອອກວ່າ, ການຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງ ແລະພາລະກິດອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຢ່າງຮອບດ້ານ ດ້ວຍຄວາມທັນສະໄໝແບບຈີນ, ແມ່ນພາລະກິດທີ່ບໍ່ທັນສຳເລັດຜົນຂອງປະທານ ເໝົາເຈີຕຸ່ງ ແລະນັກປະຕິວັດຮຸ້ນກ່ອນຜູ້ອື່ນໆ, ແມ່ນໜ້າທີ່ຮັບຜິດຊອບດ້ານປະຫວັດສາດທີ່ເຄັ່ງຂຶມຂອງຊາວຄອມມູນິດຈີນໃນສະໄໝປັດຈຸບັນ.


ທ່ານສີຈິ້ນຜິງເນັ້ນໜັກຕື່ມວ່າ, ຄວາມທັນສະໄໝແບບຈີນ ແມ່ນຄວາມທັນສະໄໝທີ່ເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ຈະສ້າງຄວາມສຸກໃຫ້ແກ່ປະຊາຊົນຈີນ, ຍັງຈະຊຸກຍູ້ຄວາມທັນສະໄໝຂອງປະເທດອື່ນໆຢູ່ໃນໂລກ. ພວກເຮົາຈະຍຶດໝັ້ນປົກປັກຮັກສາຫຼັກມາດຖານພື້ນຖານໃນການພົວພັນສາກົນ, ຍຶດໝັ້ນທິດທາງທີ່ຖືກຕ້ອງແຫ່ງຍຸກໂລກາພິວັດດ້ານເສດຖະກິດ, ຍຶດໝັ້ນປະຕິບັດຍຸດທະສາດເປີດປະຕູແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງເດັດດ່ຽວ, ຊຸກຍູ້ການປະຕິຮູບການບໍລິຫານໂລກ ພັດທະນາໄປສູ່ທິດທາງທີ່ຍຸຕິທຳກວ່າເກົ່າ, ແລະສົມເຫດສົມຜົນກວ່າເກົ່າ. ການພັດທະນາຂອງຈີນແມ່ນການເຕີບໂຕດ້ານກຳລັງສັນຕິພາບຂອງໂລກ, ບໍ່ວ່າພັດທະນາໄປຮອດລະດັບໃດ, ຈີນຈະບໍ່ສະແຫວງຫາການເປັນເຈົ້າອຳນາດຕະຫຼອດໄປ ແລະບໍ່ຂະຫຍາຍອານາເຂດຕະຫຼອດໄປ.