ຈີນຍິນດີຮ່ວມກັບບັນດາຝ່າຍຊຸກຍູ້ໃຫ້ປາແລັດສະຕິນ ແລະ ອິດສະຣາແອນຢຸດຍິງ

2023-12-27 14:54:33 cri

 

    ວັນທີ 26 ທັນວານີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ.

    ທ່ານນາງ ເມົານີງກ່າວວ່າ: ນັບແຕ່ການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນຄັ້ງນີ້ເກີດຂຶ້ນເປັນຕົ້ນມາ, ຈີນໄດ້ຮຽກຮ້ອງຫຼາຍເທື່ອໃຫ້ປ່ອຍຕົວປະກັນທັງໝົດໂດຍໄວ ແລະ ໄດ້ສຸມຄວາມພະຍາຍາມອັນຕັ້ງໜ້າເຂົ້າໃນເລື່ອງນີ້. ຈີນໄດ້ຮັກສາການຕິດຕໍ່ພົວພັນກັບບັນດາຝ່າຍທີ່ກ່ຽວຂ້ອງ, ພວກເຮົາຍິນດີຮ່ວມກັບປະຊາຄົມໂລກ, ສືບຕໍ່ເສີມຂະຫຍາຍບົດບາດລັກສະນະສ້າງສັນເຂົ້າໃນການຊຸກຍູ້ໃຫ້ຢຸດຍິງ ແລະ ປ່ອຍຕົວປະກັນທັງໝົດ, ຊຸກຍູ້ໃຫ້ຕາເວັນອອກກາງບັນລຸສັນຕິພາບຖາວອນ.