ໄລຍະ 10 ປີຜ່ານມານີ້ ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບຜົນງານທີ່ມີລັກສະນະປະຫວັດສາດ

2023-12-28 10:54:59 CRI


     ວັນທີ 27 ທັນວານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ປີນີ້ແມ່ນຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີອອກມາຄົບຮອບ 10 ປີ, ຂໍໃຫ້ທ່ານໂຄສົກແນະນຳຜົນງານທີ່ໄດ້ຮັບຈາກການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງໃນປີນີ້.

 

    ທ່ານນາງເມົານີງແນະນຳວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຮັບຜົນງານທີ່ມີລັກສະນະປະຫວັດສາດ, ກາຍເປັນຜະລິດຕະພັນສາທາລະນະສາກົນທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ ແລະ ເປັນເວທີການຮ່ວມມືສາກົນຂະໜາດໃຫຍ່ທີ່ສຸດ.

 

    ໜຶ່ງ,ການຮ່ວມມືເພື່ອເຊື່ອມຈອດກັນໄດ້ສົ່ງຂ່າວດີຢູ່ເລື້ອຍໆ. ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງເປີດນຳໃຊ້ເປັນເວລາ 2 ເດືອນ ໂດຍໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 1.000.000 ເທື່ອຄົນ. ໂຄງການຕ່າງໆ ເຊັ່ນ:ອຸມົງ “ບິດາຂອງຊາດ” ບັງກະລາເດັດ ແລະ ທ່າກຳປັ່ນນ້ຳເລິກເລກີຂອງນີເຊຣີສ້າງສຳເລັດແລະເລີ່ມເປີດນຳໃຊ້ ໄດ້ຊຸກຍູ້ໃຫ້ປະເທດ ແລະ ພາກພື້ນທີ່ກ່ຽວຂ້ອງເຊື່ອມຈອດກັນ.

 

   ສອງ,ການຮ່ວມມືດ້ານປັບປຸງຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບຜົນງານຈຳນວນຫຼວງຫຼາຍ. ໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຊັ່ນ:ເຕັກນິກຫຍ້າຈວິ້ນເສົາ ແລະ ເຂົ້າພັນປະສົມໄດ້ສ້າງຜົນປະໂຫຍດໃຫ້ແກ່ປະເທດພວມພັດທະນາຕ່າງໆ ໂດຍໄດ້ເກີດຜົນງານອັນຕັ້ງໜ້າຢ່າງກວ້າງຂວາງ.


    ສາມ,ການຮ່ວມມືໃນຂົງເຂດໃໝ່ຕ່າງໆ ເຊັ່ນ: ສີຂຽວ ແລະ ດີຈີຕອນເປັນຕົ້ນຈະເລີນງອກງາມ. ຈີນ ກັບ ຫຼາຍປະເທດໄດ້ເພີ່ມທະວີການຮ່ວມມືໃນດ້ານອຸດສາຫະກຳພະລັງງານສີຂຽວຕ່າງໆ ເຊັ່ນ: ການຜະລິດໄຟຟ້ານ້ຳຕົກ, ການຜະລິດໄຟຟ້າພະລັງງານລົມ ແລະ ການຜະລິດໄຟຟ້າພະລັງງານແສງຕາເວັນເປັນຕົ້ນ, ຊຸກຍູ້ເສດຖະກິດດີຈີຕອນຊ່ວຍໝູນອຸດສາຫະກຳທີ່ເປັນມູນເຊື້ອໃຫ້ພັດທະນາ.


    ທ່ານນາງເມົານີງກ່າວຕື່ມວ່າ: ພວກຂ້າພະເຈົ້າຄອງຄອຍຖືເອົາໂອກາດ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີເປັນຈຸດເລີ່ມຕົ້ນໃໝ່, ຮ່ວມກັບຝ່າຍຕ່າງໆຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ພັດທະນາໄປຢ່າງມີຄຸນນະພາບສູງ ເພື່ອເພີ່ມພະລັງແຮງໃໝ່ອັນເຂັ້ມແຂງເຂົ້າໃນການກໍ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.