ກອງປະຊຸມວຽກງານການຕ່າງປະເທດຂັ້ນສູນກາງຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2023-12-29 10:48:03 CRI


ກອງປະຊຸມວຽກງານການຕ່າງປະເທດສູນກາງໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 27 – 28 ທັນວານີ້.


ກອງປະຊຸມສະເໜີວ່າ, ວຽກງານການຕ່າງປະເທດໃນຍຸກໃໝ່, ຕ້ອງສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງປະເທດໃຫຍ່, ຍຶດໝັ້ນສົ່ງເສີມຈິດໃຈທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ, ຍຶດໝັ້ນນຳພາສັນຕິພາບ ແລະ ການພັດທະນາ, ຍຶດໝັ້ນຊຸກຍູ້ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ. ຕ້ອງເຊີດຊູຈິດໃຈຕໍ່ສູ້, ເດັດດ່ຽວຄັດຄ້ານການເມືອງມະຫາອຳນາດ ແລະ ການກະທຳຂົ່ມເຫັງທຸກຢ່າງ, ປົກປັກຮັກສາຜົນປະໂຫຍດແຫ່ງຊາດ ແລະ ກຽດສັກສີຂອງຊົນຊາດຢ່າງແຂງແຮງ.


ກອງປະຊຸມຊີ້ອອກວ່າ, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເປັນທັດສະນະແກນກາງໃນແນວຄິດການຕ່າງປະເທດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ. ນັບແຕ່ຍຸກໃໝ່ເປັນຕົ້ນມາ, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້ຫັນຈາກຂໍ້ລິເລີ່ມຂອງຈີນມາເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຂອງສາກົນ, ຫັນຈາກວິໄສທັດທີ່ດີງາມກາຍເປັນພຶດຕິກຳທີ່ອຸດົມສົມບູນ. ເວົ້າລວມແລ້ວ, ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແມ່ນຖືເອົາການສ້າງໂລກທີ່ມີສັນຕິພາບຖາວອນ, ມີຄວາມໝັ້ນຄົງທົ່ວໄປ, ມີຄວາມຈະເລີນຮຸ່ງເຮືອງພ້ອມກັນ, ເປີດປະຕູ ກວມລວມ, ສະອາດ ແລະ ສວຍງາມເປັນເປົ້າໝາຍທີ່ສຸມຄວາມພະຍາຍາມ, ຊຸກຍູ້ໃຫ້ປະເທດຕ່າງໆຮ່ວມກັນຮັບມືກັບສິ່ງທ້າທາຍ, ບັນລຸຄວາມຈະເລີນຮຸ່ງເຮືອງພ້ອມກັນ, ຊຸກຍູ້ໃຫ້ໂລກກ້າວໄປສູ່ອະນາຄົດອັນສະຫວ່າງສະໄຫວທີ່ມີສັນຕິພາບ ຄວາມໝັ້ນຄົງ, ສິວິໄລ ແລະກ້າວໜ້າ.