ນັບມາຮອດເດືອນທັນວາປີນີ້, ກອງທັບເຮືອຈີນໄດ້ປ້ອງກັນການເດີນເຮືອຂອງກຳປັ່ນຈີນແລະຕ່າງປະເທດ 1.600 ກວ່າງວດຈຳນວນ 7.200 ກວ່າລຳ

2023-12-29 12:07:55 cri


    ຕອນບ່າຍວັນທີ 28 ທັນວານີ້, ກະຊວງປ້ອງກັນປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ.

    ທ່ານອູຊ່ຽນ, ໂຄສົກກະຊວງປ້ອງກັນປະເທດຈີນແນະນຳໃຫ້ຮູ້ວ່າ, ເດືອນທັນວານີ້ ແມ່ນຄົບຮອບ 15 ປີ ທີ່ຈີນສົ່ງກອງກຳປັ່ນທະຫານເຮືອໄປປະຕິບັດໜ້າທີ່ປ້ອງກັນການເດືອເຮືອຢູ່ອ່າວອາເດັນ. ນັບມາຮອດເດືອນທັນວາປີນີ້, ກອງທັບເຮືອຈີນໄດ້ສົ່ງກອງກຳປັ່ນປ້ອງກັນການເດືອເຮືອ 45 ກອງ, ກຳປັ່ນ 150 ກວ່າລຳ, ນາຍແລະພົນທະຫານ 35.000 ກວ່າຄົນ ຢ່າງລຽນຕິດ ເພື່ອໄປປະຕິບັດໜ້າທີ່ປ້ອງກັນການເດີນເຮືອໃຫ້ກ່ຳປັ່ນຈີນແລະຕ່າງປະເທດ 1.600 ກວ່າງວດຈຳນວນ 7.200 ກວ່າລຳ ຢູ່ອ່າວອາເດັນແລະເຂດທະເລໂຊມາລີ.

    ທ່ານອູຊ່ຽນກ່າວຕື່ມວ່າ, ໃນ 15 ປີທີ່ປະຕິບັດໜ້າທີ່ການເດີນເຮືອຢູ່ອ່າວອາເດັນ, ໄດ້ສະແດງໃຫ້ເຫັນເຖິງໜ້າທີ່ຮັບຜິດຊອບໃນການປ້ອງກັນສັນຕິພາບຂອງນາຍແລະພົນທະຫານເຮືອຈີນ, ກອງທັບເຮືອຈີນປະຕິບັດຕາມແນວຄິດແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດແລະການສ້າງປະຊາຄົມຮ່ວມຊາຕາກຳຂອງມະຫາສະໝຸດ, ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາຜົນປະໂຫຍດຢູ່ຕ່າງປະເທດຂອງຈີນແລະຄວາມໝັ້ນຄົງຂອງຊ່ອງທາງທາງທະເລສາກົນ.