ອັດຕາການຈັບຈ່າຍແບບເຄື່ອນທີ່ຂອງຈີນກວມເຖິງ 86% ຢູ່ອັນດັບທີ 1 ຂອງໂລກ

2023-12-29 10:51:55 CRI


    ວັນທີ 28 ທັນວານີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບນະໂຍບາຍຂອງລັດຖະບານ, ໂດຍແນະນຳໃຫ້ຮູ້ວ່າ: ລະບົບການທະນາຄານແບບທັນສະໄໝທີ່ສະດວກວ່ອງໄວ, ປອດໄພ ແລະມີຜົນປະໂຫຍດທົ່ວໄປ ແມ່ນຈຸດເດັ່ນຂອງການບໍລິການດ້ານທະນາຄານຂອງຈີນ. ຜ່ານການພັດທະນາມາເປັນເວລາ ຫຼາຍສິບປີ, ຈີນໄດ້ສ້າງລະບົບຈັບຈ່າຍ ແລະ ຊຳລະບັນຊີທີ່ປົກຄຸມຢ່າງກວ້າງຂວາງ, ປອດໄພ ແລະ ມີປະສິດທິພາບສູງ.

    ປັດຈຸບັນ, ທະນາຄານທຸລະກິດ 4000 ກວ່າແຫ່ງ ແລະ ອົງການບໍລິການດ້ານການຈັບຈ່າຍ 180 ກວ່າແຫ່ງ, ໄດ້ຕອບສະໜອງກັບຄວາມຕ້ອງການດ້ານການຈັບຈ່າຍຂອງພາກສ່ວນທຸລະກິດ 160 ລ້ານກວ່າຫົວໜ່ວຍ ແລະ ຜູ້ບໍລິໂພກນັບເປັນຮ້ອຍລ້ານຄົນຢ່າງມີປະສິດທິຜົນ. ອັດຕາການຈັບຈ່າຍແບບເຄື່ອນທີ່ຂອງຈີນກວມເຖິງ 86% ຢູ່ອັນດັບທີ 1 ຂອງໂລກ