ກອງປະຊຸມຄັ້ງທີ 7 ຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ອັດລົງຢູ່ປັກກິ່ງ

2023-12-30 14:06:09 cri

ຕອນບ່າຍວັນທີ 29 ທັນວານີ້, ກອງປະຊຸມຄັ້ງທີ 7 ຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ອັດລົງຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ລົງນາມໃນລັດຖະດຳລັດເລກທີ 15, 16,17, 18,19. ທ່ານຈ້າວເລີ້ຈີ້ ປະທານສະພາປະຊາຊົນແຫ່ງຊາດຈີນເປັນປະທານກອງປະຊຸມ.

ກອງປະຊຸມໄດ້ລົງຄະແນນສຽງຮັບຮອງເອົາມະຕິຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນກ່ຽວກັບການສຳຫຼວດພິຈາລະນາຮ່າງກົດໝາຍວ່າດ້ວຍອົງການຈັດຕັ້ງຂອງລັດຖະບານຈີນ, ກອງປະຊຸມໄດ້ລົງຄະແນນສຽງຮັບຮອງເອົາຂໍ້ຕົກລົງຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນກ່ຽວກັບການບູລະນະ ແລະ ເພີ່ມທະວີລະບຽບການສຳຫຼວດການລົງທະບຽນ, ຂໍ້ຕົກລົງຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນກ່ຽວກັບການມອບສິດໃຫ້ແກ່ເຂດບໍລິຫານພິເສດມາກາວປະຕິບັດການຄຸ້ມຄອງຕໍ່ເຂດທາງບົກ ແລະ ທາງທະເລທີ່ກ່ຽວຂ້ອງຢູ່ທິດຕາເວັນອອກສຽງໃຕ້ຂອງດ່ານພາສີກົງເປີຍນະຄອນຈູ່ໄຫແຂວງກວາງຕຸ້ງ.

ກອງປະຊຸມໄດ້ລົງຄະແນນສຽງຮັບຮອງເອົຮຂໍ້ຕົກລົງຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນກ່ຽວກັບການຈັດກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14. ອີງຕາມຂໍ້ຕົກລົງດັ່ງກ່າວ, ກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນວັນທີ 5 ມີນາ 2024.

ກອງປະຊຸມຍັງໄດ້ລົງຄະແນນສຽງຮັບຮອງເອົາຂໍ້ຕົກລົງອື່ນໆຕື່ມອີກ.