ຍອດມູນຄ່າGDPທີ່ຄິດໄລ່ຕາມລາຄາຕະຫຼາດປັດຈຸບັນຂອງຈີນໃນປີ2022 ບັນລຸ 120.000ຕື້ຢວນ

2023-12-30 12:21:36 cri

ວັນທີ29ທັນວານີ້, ອົງການສະຖິຕິແຫ່ງຊາດຈີນໄດ້ປະກາດຜົນການກວດສອບຂັ້ນສຸດທ້າຍກ່ຽວກັບລວມຍອດຜະລິດຕະພັນພາຍໃນຫຼືGDPໃນປີ2022 ຂອງຈີນ ໂດຍຢືນຢັນວ່າ: ປີ2022, ຍອດມູນຄ່າGDPທີ່ຄິດໄລ່ຕາມລາຄາຕະຫຼາດປັດຈຸບັນບັນລຸ120.472,4ຕື້ຢວນ, ຫຼຸດລົງ548,3ຕື້ຢວນເມື່ອທຽບໃສ່ການໄລ່ລຽງໃນເບື້ອງຕົ້ນ.

ອີງຕາມລະບຽບການວ່າດ້ວຍການເຜີຍແຜ່ການໄລ່ລຽງແລະຂໍ້ມູນGDPຂອງຈີນກຳນົດໄວ້ວ່າ: ການໄລ່ລຽງGDPປະຈຳປີປະກອບມີສອງຂັ້ນຕອນຄືການໄລ່ລຽງໃນເບື້ອງຕົ້ນແລະການກວດສອບຂັ້ນສຸດທ້າຍ. ເມື່ອມໍ່ໆມານີ້, ອີງຕາມບົດລາຍງານສະຖິຕິປະຈຳປີຂອງອົງການສະຖິຕິແຫ່ງຊາດ, ບົດລາຍງານງົບດຸນຂອງກະຊວງການເງິນ ແລະຂໍ້ມູນດ້ານການເງິນປະຈຳປີຂອງພາກສ່ວນທີ່ກ່ຽວຂ້ອງຂອງຈີນ, ອົງການສະຖິຕິແຫ່ງຊາດຈີນໄດ້ດຳເນີນການກວດສອບຂັ້ນສຸດທ້າຍຕໍ່ຂໍ້ມູນGDPໃນປີ2022.

ຜ່ານການກວດສອບຂັ້ນສຸດທ້າຍ, ປີ2022,ຍອດມູນຄ່າGDPທີ່ຄິດໄລ່ຕາມລາຄາຕະຫຼາດປັດຈຸບັນບັນລຸ120.472,4ຕື້ຢວນ, ຫຼຸດລົງ548,3ຕື້ຢວນເມື່ອທຽບໃສ່ການ ໄລ່ລຽງໃນເບື້ອງຕົ້ນ, ຖ້າຄິດໄລ່ຕາມລາຄາຄົງທີ່, ຍອດມູນຄ່າGDPຈະເພີ່ມຂຶ້ນ3,0%ເມື່ອທຽບໃສ່ປີ2021 ເຊິ່ງເທົ່າກັບຕົວເລກໄລ່ລຽງໃນເບື້ອງຕົ້ນ.