ທ່ານປະທານສີຈິ້ນຜິງຈະກ່າວຄຳອວຍພອນປີໃໝ່ 2024

2023-12-30 14:04:34 cri


ເວລາ 19 ໂມງຂອງວັນທີ 31 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນຈະກ່າວຄຳອວຍພອນປີໃໝ່ 2024 ໂດຍຜ່ານວິທະຍຸໂທລະພາບສູນກາງຈີນ ແລະ ອິນເຕີເນັດ.

ຊ່ອງ 1, ຊ່ອງຂ່າວ, ຊ່ອງ 4 ແລະ ຊ່ອງ 4K ຂອງໂທລະພາບສູນກາງຈີນ, ຊ່ອງພາສາຕ່າງປະເທດຂອງໂທລະພາບສາກົນຈີນຫຼື CGTN, ວິທະຍຸປະຊາຊົນສູນກາງຈີນ, ວິທະຍຸສາກົນແຫ່ງປະເທດຈີນທີ່ຂຶ້ນກັບວິທະຍຸໂທລະພາບສູນກາງຈີນ ຫຼື CMG, ພ້ອມດ້ວຍເວັບໄຊ ແລະ ສື່ໃໝ່ຂອງສື່ມວນຊົນສູນກາງທີ່ສຳຄັນເຊັ່ນ: ເວັບໄຊໜັງສືພິມປະຊາຊົນ, ເວັບໄຊຂ່າວສານຊິນຮວາ, APP ຂ່າວໂທລະພາບສູນກາງຈີນ ແລະອື່ນໆ ຈະອອກອາກາດຕາມເວລາກຳນົດ.