ຈຳນວນຜູ້ເສຍຊີວິດຍ້ອນເຫດການລອບສັງຫານຢູ່ລັດເມນຂອງອາເມຣິກາໃນປີ 2023 ໄດ້ສ້າງສະຖິຕິໃໝ່

2023-12-31 16:18:45 cri


    ວັນທີ 29 ທັນວານີ້, ເຈົ້າໜ້າທີ່ລັດເມນຂອງອາເມຣິກາກ່າວວ່າ: ຈຳນວນຜູູ້ເສຍຊີວິດຍ້ອນເຫດການລອບສັງຫານຢູ່ລັດເມນໃນປີ 2023 ມີຫຼາຍກວ່າ 50 ຄົນ, ເຊິ່ງໄດ້ທຳລາຍສະຖິຕິສູງສຸດຂອງ 30 ກວ່າປີກ່ອນ.

    ນັບມາຮອດວັນທີ 29 ທັນວານີ້, ລັດເມນມີຜູ້ເສຍຊີວິດ 51 ຄົນຍ້ອນເຫດການລອບສັງຫານໃນປີ 2023, ມີຫຼາຍຄະດີຍັງສືບສວນຢູ່, ຍັງບໍ່ທັນຈັບຜູ້ຕ້ອງສົງໄສເທື່ອ. ຕົວເລກນີ້ແມ່ນຫຼາຍກວ່າສະຖິຕິສູງສຸດ ຄື: 40 ຄົນໃນ 30 ກວ່າປີກ່ອນ. ເມື່ອປີ 2000, ຢູ່ລັດເມນມີຜູ້ເສຍຊີວິດ 11 ຄົນຍ້ອນເຫດການລອບສັງຫານ ເຊິ່ງເປັນຕົວເລກຕ່ຳສຸດນັບແຕ່ໄດ້ບັນທຶກຂໍ້ມູນເປັນຕົ້ນມາ.

    ອີງຕາມຕົວເລກຈາກເວັບໄຊ  “ສຳເນົາເອກະສານການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ” ຢູ່ອາເມຣິກາສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ 29 ທັນວານີ້, ຢູ່ອາເມຣິກາ ໄດ້ເກີດ 650 ເຫດການທີ່ກ່ຽວຂອງກັບອາວຸດປືນເຮັດໃຫ້ແຕ່ລະຄັ້ງທີ່ເກີດເຫດມີຜູ້ເສຍຊີວິດ ແລະ ບາດເຈັບຢ່າງໜ້ອຍ 4 ຄົນເຊິ່ງບໍ່ໄດ້ລວມມືປືນເຂົ້ານຳ.