ປະລິມານການຂົນສົ່ງສິນຄ້າທາງນ້ຳຂອງຈີນໃນ 11 ເດືອນປີນີ້ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີ 2022 ເຖິງ 9%

2023-12-31 10:53:13 cri


ອີງຕາມຕົວເລກຂໍ້ມູນທີ່ກະຊວງຄົມມະນາຄົມຂົນສົ່ງຈີນເຜີຍແຜ່ສະແດງໃຫ້ເຫັນວ່າ: ປະລິມານການຂົນສົ່ງສິນຄ້າທາງນ້ຳຂອງຈີນໃນ 11 ເດືອນປີນີ້ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີ 2022 ເຖິງ 9%, ການເຄື່ອນໄຫວດ້ານເສດຖະກິດທາງນ້ຳສືບຕໍ່ຮັກສາຄວາມໝັ້ນທ່ຽງແລະພັດທະນາໄປໃນແງ່ດີ.

ຕົວເລກຂໍ້ມູນດັ່ງກ່າວລະບຸວ່າ: ໃນ 11 ເດືອນປີ 2023, ປະລິມານການຂົນສົ່ງສິນຄ້າທາງນ້ຳຂອງຈີນເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ທ່າກຳປັ່ນໄດ້ຄ່ຽນຖ່າຍສິນຄ້າເຖິງ 15,51 ຕື້ໂຕນ, ເພີ່ມຂຶ້ນ 8,4%, ໄດ້ຄ່ຽນຖ່າຍຕູ້ສິນຄ້າເຖິງ 280 ລ້ານຕູ້ສິນຄ້າມາດຕະຖານ, ເພີ່ມຂຶ້ນ 4,9%.

ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ, ກະຊວງຄົມມະນາຄົມຂົນສົ່ງຈີນໄດ້ຂະຫຍາຍຂະໜາດການລົງທຶນທີ່ມີປະສິດທິຜົນຢ່າງຕໍ່ເນື່ອງ. ໃນ 11 ເດືອນປີນີ້, ທົ່ວປະເທດໄດ້ສຳເລັດການລົງທຶນກໍ່ສ້າງການຂົນສົ່ງທາງນ້ຳຈຳນວນ 182,9 ຕື້ຢວນ, ເພີ່ມຂຶ້ນ 23,7%, ຫຼາຍກວ່າລະດັບທົ່ວປະເທດເມື່ອທຽບໃສ່ປີ 2022, ການລົງທຶນກໍ່ສ້າງການຂົນສົ່ງທາງນ້ຳໄດ້ເຕີບໂຕ 5 ປີລຽນຕິດ.