ຈີນຍິງສົ່ງດາວທຽມທົດລອງເຕັກນິກອິນເຕີເນັດຢ່າງສຳເລັດຜົນ

2023-12-31 10:36:47 cri

ເວລາ 8 ໂມງ 13 ນາທີຂອງວັນທີ 30 ທັນວາ 2023 ຢູ່ສູນສົ່ງດາວທຽມຈິວສວນ, ຈີນໄດ້ຍິງສົ່ງດາວທຽມທົດລອງເຕັກນິກອິນເຕີເນັດດ້ວຍຈະຫຼວດສົ່ງຍານສາງເຈິ່ງ 2 C ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ, ດາວທຽມດັ່ງກ່າວໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ລ່ວງໜ້າຢ່າງສະດວກ, ພາລະກິດຍິງສົ່ງໄດ້ສຳເລັດຜົນຢ່າງຈົບງາມ.

ນີ້ແມ່ນຈະຫຼວດສົ່ງຍານສາງເຈິ່ງປະຕິບັດພາລະກິດເປັນຄັ້ງທີ 505.