ປະມຸກລັດສອງປະເທດຈີນ-ຣັດເຊຍສົ່ງສານອວຍພອຍປີໃໝ່ເຊິ່ງກັນ ແລະ ກັນ

2023-12-31 19:58:39 cri


ວັນທີ 31 ທັນວາ 2023, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ສົ່ງສານອາຍພອນປີໃໝ່ເຊິ່ງກັນ ແລະ ກັນ.

ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງ ລະບຸວ່າ:  ຕາງໜ້າລັດຖະບານ ແລະ ປະຊາຊົນຈີນສະແດງຄວາມອວຍພອນອັນຈິງໃຈ ແລະ ດີງາມມາຍັງທ່ານປະທານາທິບໍດີປູຕິນ ແລະ ປະຊາຊົນຣັດເຊຍ.

ຂ້າພະເຈົ້າ ແລະ ທ່ານປະທານາທິບໍດີປູຕິນໄດ້ຮ່ວມກັນປະກາດວ່າ, ສອງປະເທດຈະຈັດປີວັດທະນະທຳຈີນ-ຣັດເຊຍໃນປີໜ້າ ແລະ ປີຮື, ພວກເຮົາຍັງຈະສະເຫຼີມສະຫຼອງສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 75 ປີຢ່າງຍິ່ງໃຫຍ່. ປະຫວັດສາດຂອງການພົວພັນລະຫວ່າງສອງປະເທດສະແດງໃຫ້ເຫັນວ່າ, ການປັບປຸງ ແລະ ຂະຫຍາຍສາຍພົວພັນລະຫວ່າງຈີນກັບຣັດເຊຍຢ່າງບໍ່ຢຸດຢັ້ງແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານຂອງສອງ ແລະ ປະຊາຊົນສອງຊາດ, ພ້ອມສອດຄ່ອງກັບກະແສການພັດທະນາຂອງຍຸກສະໄໝ. ຂ້າພະເຈົ້າຍິນດີຮັກສາການໄປມາຫາສູ່ກັນຢ່າງໃກ້ຊິດກັບທ່ານປະທານາທິບໍດີປູຕິນ, ນຳພາໃຫ້ສອງປະເທດເພີ່ມຄວາມໄວ້ເນື້ອເຊື່ອໃຈກັນຢ່າງບໍ່ຢຸດຢັ້ງ, ເປີດກວ້າງການຮ່ວມມື, ຮັບປະກັນໃຫ້ການພົວພັນລະຫວ່າງຈີນກັບຣັດເຊຍເດີນຕາມເສັ້ນທາງທີ່ຖືກຕ້ອງຢ່າງໝັ້ນທ່ຽງ ແລະ ກ້າວໄປໄກ.

ເນື້ອໃນສານອວຍພອນຂອງທ່ານປູຕິນ ລະບຸວ່າ: ສະແດງຄວາມອວຍພອນຢ່າງຈິງໃຈຕໍ່ທ່ານປະທານສີຈິ້ນຜິງ, ອວຍພອນໃຫ້ປະຊາຊົນຈີນທີ່ມີໄມຕີຈິດຈົ່ງສຸຂະນາໄມສົມບູນ ແລະ ມີຄວາມສຸກ. ປີວັດທະນະທຳຈີນ-ຣັດເຊຍໃກ້ຈະໝູນວຽນມາເຖິງ, ສອງປະເທດຈະຕ້ອນຮັບການສ້າງສາຍພົວພັນທາງການທູດຄົບຮອບ 75 ປີ. ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງປະເທດ, ການຮ່ວມມືທີ່ມີປະສິດທິຜົນໃນຂົງເຂດຕ່າງໆລະຫວ່າງສອງປະເທດຈະໄດ້ຮັບຜົນງານຫຼາຍກວ່າເກົ່າຢ່າງແນ່ນອນ.