ໃນມື້ທຳອິດຂອງໄລຍະພັກບຸນປີໃໝ່ສາກົນ ເສັ້ນທາງລົດໄຟຂອງຈີນໄດ້ຂົນສົ່ງຜູ້ໂດຍສານຫຼາຍທີ່ສຸດ

2023-12-31 11:00:19 cri


ວັນທີ 29 ທັນວານີ້, ແມ່ນມື້ທຳອິດທີ່ເສັ້ນທາງລົດໄຟຈີນເລີ່ມຂົນສົ່ງຜູ້ໂດຍສານໃນໄລຍະພັກບຸນປີໃໝ່ສາກົນ, ເສັ້ນທາງລົດໄຟໃນທົ່ວປະເທດຈີນໄດ້ຂົນສົ່ງຜູ້ໂດຍສານ 12,8 ລ້ານເທື່ອຄົນ, ໃນນັ້ນ ນະຄອນຫຼວງປັກກິ່ງໄດ້ຂົນສົ່ງຜູ້ໂດຍສານ 1,115 ລ້ານເທື່ອຄົນ, ນະຄອນຊຽງໄຮ້ໄດ້ຂົນສົ່ງ 2,706 ລ້ານເທື່ອຄົນ ແລະ ນະຄອນກວາງໂຈ່ວໄດ້ຂົນສົ່ງ 1,813 ລ້ານເທື່ອຄົນຢ່າງມີຄວາມປອດໄພ, ໝັ້ນທ່ຽງແລະມີລະບຽບແຜນການ.

ວັນທີ 30 ທັນວານີ້ແມ່ນມື້ທຳອິດຂອງໄລຍະພັກບຸນປີໃໝ່ສາກົນ, ເສັ້ນທາງລົດໄຟຂອງຈີນໄດ້ຂົນສົ່ງຜູ້ໂດຍສານຫຼາຍທີ່ສຸດ. ພາກສ່ວນຕ່າງໆຂອງເສັ້ນທາງລົດໄຟຢູ່ແຕ່ລະທ້ອງຖິ່ນໄດ້ເພີ່ມທະວີກຳລັງແຮງດ້ານການຂົນສົ່ງ ເພື່ອຕອບສະໜອງຄວາມຕ້ອງການດ້ານການອອກເດີນທາງຂອງຜູ້ໂດຍສານຢ່າງຂະໜາດໃຫຍ່ທີ່ສຸດ. ທົ່ວປະເທດຈີນຈະແລ່ນຂະບວນລົດໄຟໂດຍສານ 10.917 ຂະບວນ, ໃນນັ້ນເພີ່ມໃໝ່ 657 ຂະບວນ.