ຜູ້ອຳນວຍການໃຫຍ່ CMG ສົ່ງຄຳອວຍພອນປີໃໝ່ເຖິງຜູ້ຊົມແລະຜູ້ຟັງຕ່າງປະເທດ

2024-01-01 15:01:01 cri

ວັນທີ 1 ມັງກອນ 2024, ທ່ານເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນຫຼື  CMG ໄດ້ກ່າວຄຳອວຍພອນປີໃໝ່ ຄສ 2024 ເຖິງຜູ້ຊົມແລະຜູ້ຟັງຜ່ານທາງໂທລະພາບສາກົນຈີນຫຼືCGTN,ວິທະຍຸສາກົນແຫ່ງປະເທດຈີນ ແລະ ອິນເຕີເນັດ ເຊິ່ງເນື້ອໃນບົດອວຍພອນປີໃໝ່ລະບຸວ່າ:

 

ເພື່ອນມິດທີ່ຮັກແພງທັງຫຼາຍ:

    ເມື່ອຕ້ອນຮັບແສງຕາເວັນທຳອິດຂອງປີໃໝ່, ພວກເຮົາໄດ້ເຂົ້າສູ່ປີ 2024 ທີ່ເຕັມໄປດ້ວຍຄວາມຫວັງ. ຂ້າພະເຈົ້າຂໍສົ່ງຄຳອວຍພອນຈາກນະຄອນຫຼວງປັກກິ່ງ ສປ ຈີນ ເຖິງທຸກໆທ່ານ.

     

    

    ໃນປີ 2023 ທີ່ຫາກໍ່ຜ່ານພົ້ນໄປ, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນໄດ້ສະເໜີອອກຄົບຮອບ 10 ປີ, ໃນໄລຍະ 10  ປີທີ່ມີຄວາມຈະເລີນ ແລະ ເຕັມໄປດ້ວຍຜົນງານ, ຈີນ ແລະ ໂລກໄດ້ເກາະແຂນກັນກ້າວໄປຂ້າງໜ້າ. ບົນເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງສາຍນີ້, ວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ສືບຕໍ່ຊຸກຍູ້ການແລກປ່ຽນລະຫວ່າງອະລິຍະທຳຕ່າງໆ, ໄດ້ບັນທຶກສິ່ງທີ່ດີງາມ ແລະ ເລື່ອງລາວທີ່ປະທັບໃຈເປັນຈຳນວນຫຼວງຫຼາຍຜ່ານບົດຄວາມ ແລະ ພາບວິດີໂອ.

    ໃນປີຜ່ານມານີ້, CMG ໄດ້ຊຸກຍູ້ການປະດິດສ້າງໃໝ່ແບບ “ຈິນຕະນາການ+ສິລະປະ+ເຕັກນິກ” ກ້າວຂຶ້ນສູ່ລະດັບໃໝ່ອີກຄັ້ງໜຶ່ງ. ຟີມສາລະຄະດີເລື່ອງ “ຄຳບູຮານທີ່ທ່ານ ສີຈິ້ນຜິງ ມັກ (ພາກທີ2)” ສະບັບຫຼາຍພາສາໄດ້ອອກອາກາດຢູ່ 80 ກວ່າປະເທດໃນໂລກ. ຟີມສາລະຄະດີ “ວັດທະນະທຳປະຫວັດສາດເມືອງບູຮານຈີນ” , “ຄົ້ນຫາບູຮານຄະດີຈີນ”, “ການພົບປະແລະວິໄຈອະລິຍະທຳ”, “ຊອກຮູ້ຈີນດ້ວຍການຄົ້ນຄວ້າປຶ້ມບູຮານທີ່ເຮັດດ້ວຍໄມ້” ແລະລາຍການວັດທະນະທຳດີເດັ່ນຈຳນວນຫຼວງຫຼາຍໄດ້ສືບຕໍ່ສະແດງໃຫ້ເຫັນເຖິງຄວາມສະຫງ່າລາສີຂອງອະລິຍະທຳຈີນກໍຄືຂອງໂລກ. ການຖ່າຍທອດງານມະຫາກຳກິລາເອຊຽນເກມຫາງໂຈ່ວຂອງ CMG ໄດ້ເຂົ້າເຖິງຜູ້ຊົມ 41,4 ຕື້ເທື່ອຄົນ, ໄດ້ບັນທຶກຄວາມກະຕືລືລົ້ນ ແລະ ຄວາມໃຝ່ຝັນດ້ວຍການສ້າງສະຖິຕິດີທີ່ສຸດໃນປະຫວັດສາດ.

    ໃນປີຜ່ານມານີ້, ເພື່ອນມິດຂອງ CMG ມີຄວາມກະຕືລືລົ້ນຫຼາຍ. ເພື່ອນມິດເກົ່າມາຢ້ຽມຢາມຕາມການນັດໝາຍ, ເພື່ອນມິດໃໝ່ກໍນັບມື້ນັບຫຼາຍຂຶ້ນ. ໃນປີຜ່ານມາ, CMG ໄດ້ເຊັນສັນຍາການຮ່ວມມື 58 ສະບັບກັບສື່ມວນຊົນສາກົນ, ໄດ້ຈັດກອງປະຊຸມເວທີເປິກສາຫາລືການປະດິດສ້າງໃໝ່ດ້ານສື່ມວນຊົນໂລກຄັ້ງທີ 2, ກອງປະຊຸມເວທີເປິກສາຫາລືການຮ່ວມມືສື່ມວນຊົນຄູ່ຮ່ວມອາຊຽນ, ກອງປະຊຸມເວທີເປິກສາຫາລືການຮ່ວມມືສື່ມວນຊົນຄູ່ຮ່ວມອາຟຣິກາ. ໄດ້ຈັດກິດຈະກຳສື່ມວນຊົນທົ່ວໂລກ “ຄວາມທັນສະໄໝແບບຈີນກັບໂລກ” 51 ຄັ້ງ, ຈັດງານວາງສະແດງສັນຈອນທົ່ວໂລກ “ການເດີນທາງເພື່ອສຳຜັດກັບອະລິຍະທຳ” 8 ເທື່ອ, ຮ່ວມກັບເພື່ອນມິດປະເທດຕ່າງໆວາດພາບຄວາມສວຍງາມແບບທັນສະໄໝຂອງໂລກແບບການພັດທະນາໂດຍສັນຕິ, ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ. 

    ໂລກໃນປັດຈຸບັນຍັງບໍ່ມີຄວາມສະຫງົບ, ຕ້ອງການສັນຕິພາບ, ການພັດທະນາ, ການຮ່ວມມື ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ສຸດ! ພວກຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເຫັນວ່າ: ມີເພື່ອນມິດສາກົນນັບມື້ນັບຫຼາຍຂຶ້ນພວມເຂົ້າໃຈ ເຫັນດີ ແລະ ສະໜັບສະໜູນແນວຄິດ ແລະ ຈຸດຢືນຂອງຈີນ. ໃນໄລຍະຈັດກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC, ພວກຂ້າພະເຈົ້າໄດ້ຈັດງານສົນທະນາມິດຕະພາບແລະແລກປ່ຽນວັດທະນະທຳຈີນ-ອາເມຣິກາຢູ່ນະຄອນຊານຟຣານຊິສໂກອາເມຣິກາ ໂດຍໄດ້ຮັບສຽງຕອບຮັບຢ່າງຟົດຟື້ນ. ທ່ານຮາຣີ ໂມເຢ ນັກຮົບເກົ່າທີ່ມີອາຍຸ 100 ກວ່າປີຂອງກອງທັບອາກາດອາສາສະໝັກຊ່ວຍເຫຼືອຈີນຂອງອາເມຣິກາ ຫຼື ກອງເສືອບິນໄດ້ເຂົ້າຮ່ວມກິດຈະກຳ. ທ່ານຮາຣີບອກຂ້າພະເຈົ້າວ່າ: ແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີອອກນັ້ນໄດ້ເວົ້າເຖິງສຽງຢູ່ໃນໃຈຂອງຄົນທັງຫຼາຍ. ຫຼັງຈາກກັບຄືນສູ່ປະເທດຈີນແລ້ວ, ຂ້າພະເຈົ້າໄດ້ຮັບໂປສກາດ, ຮູບຈຳລອງໜ່ວຍໂລກ ແລະ ເຄື່ອງເອ້ນ້ອຍໆທີ່ເຮັດໂດຍພວກເດັກນ້ອຍຂອງໂຮງຮຽນມັດຖະຍົມລິນຄອນ. ເມື່ອໄດ້ເຫັນຂອງຝາກທີ່ໜ້າຮັກເຫຼົ່ານີ້, ຂ້າພະເຈົ້າສຳຜັດໄດ້ເຖິງຄວາມມຸ່ງຫວັງຕໍ່ສັນຕິພາບ, ມິດຕະພາບ ແລະຮ່ວມກັນຊົມໃຊ້ຄວາມດີງາມຂອງພວກເດັກນ້ອຍ.   

    ໃນຖານະເປັນກຸ່ມສື່ມວນຊົນສັງລວມທີ່ມີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກປັດຈຸບັນ, ວິທະຍຸໂທລະພາບສູນກາງຈີນໄດ້ສ້າງຕັ້ງຂຶ້ນຄົບຮອບ 5 ປີແລ້ວ, ໄດ້ຜ່ານຂະບວນການສູ້ຊົນຈາກການເປັນສິ່ງໃໝ່ອ່ຽມກາຍມາເປັນກຸ່ມສື່ມວນຊົນທີ່ມີຜົນສຳເລັດຫຼາຍສົມຄວນ. ປີ 2023 ຜ່ານມານີ້, ພວກຂ້າພະເຈົ້າໄດ້ເຮັດສຳເລັດການສ້າງຕັ້ງສະຖານີປະຈຳຕ່າງປະເທດແຫ່ງທີ 191, ໄດ້ສ້າງເຄືອຂ່າຍໂຄສະນາຢູ່ 67 ປະເທດແລະເຂດແຄວ້ນໃນໂລກ, ຜູ້ຊົມໂທລະພາບສາກົນຈີນ ຫຼື CGTN ແມ່ນມີຫຼາຍກວ່າ 700 ລ້ານຄົນເປັນຄັ້ງທຳອິດ, ພວກຂ້າພະເຈົ້າໄດ້ກາຍເປັນແຫຼ່ງເຜີຍແຜ່ຂ່າວໄວທີ່ສຸດຫຼາຍຄັ້ງໃນການລາຍງານຂ່າວສຳຄັນໃນສາກົນ. ໃນຂະບວນການສ້າງສື່ມວນຊົນຫຼັກແບບໃໝ່ອັນດັບໜຶ່ງຢູ່ໃນໂລກ, ພວກຂ້າພະເຈົ້າຈະສືບຕໍ່ເລັ່ງຄວາມໄວເພື່ອບັນລຸເປົ້າໝາຍທີ່ທຸກໆລາຍການລ້ວນແຕ່ເປັນລາຍການທີ່ດີເລີດ.

     ເພື່ອນມິດທີ່ຮັກແພງທຸກທ່ານ, ປີ 2024 ແມ່ນປີມັງກອນຕາມຈັນທະຄະຕິຈີນ. ມັງກອນແມ່ນສັດນຳໂຊກໃນເທບນິຍາຍທີ່ເປັນສັນຍາລັກສິລິມຸງຄຸນຕາມອະລິຍະທຳຈີນ, ເປັນຕົວແທນແຫ່ງຈິດໃຈທີ່ເຕົ້າໂຮມກຳລັງແຮງ, ສ້າງຜົນປະໂຫຍດໃຫ້ທຸກສິ່ງຢ່າງ, ສະແຫວງຫາສິ່ງທີ່ຄືກັນ ສະຫງວນສິ່ງທີ່ແຕກຕ່າງກັນ, ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ. ປະຊາຊົນຈີນທີ່ພວມບຸກບືນສູ້ຊົນໃນຂະບວນການໃໝ່ຈະຕ້ອນຮັບວັນສະຖາປະນາ ສປ ຈີນ ຄົບຮອບ 75 ປີໃນປີມັງກອນ. ວິທະຍຸໂທລະພາບສູນກາງຈີນຈະນຳສະເໜີເລື່ອງລາວຂອງຈີນແລະເລື່ອງລາວຂອງໂລກທີ່ໜ້າປະທັບໃຈຫຼາຍກວ່າເກົ່າຕໍ່ທົ່ວໂລກດ້ວຍຈິດໃຈທີ່ຫ້າວຫັນແລະມີຊີວິດຊີວາ ເພື່ອຂຽນໜ້າປະຫວັດສາດອະລິຍະທຳຂອງມວນມະນຸດໃນຍຸກໃໝ່, ຮ່ວມກັນຕ້ອນຮັບລະດູບານໃໝ່ອີກຄັ້ງໜຶ່ງ! 


    ໃນໂອກາດນີ້, ຂໍອວຍພອນໃຫ້ທຸກທ່ານກໍຄືໃຫ້ໂລກ ໂຊກດີປີໃໝ່!