ເພດຍິງກວມເອົາຈຳນວນຜູ້ປະກອບອາຊີບໃນສັງຄົມຈີນຫຼາຍກວ່າ 40%

2024-01-01 11:35:42 cri

 ວັນທີ 31 ທັນວາຜ່ານມານີ້, ບົດລາຍງານທີ່ເຜີຍແຜ່ໂດຍອົງການສະຖິຕິແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ໃນຈຳນວນຜູ້ປະກອບອາຊີບໃນສັງຄົມຈີນ ເພດຍິງໄດ້ຮັກສາຄວາມໝັ້ນທ່ຽງໃນລະດັບຫຼາຍກວ່າ 40%, ສິດແລະຜົນປະໂຫຍດໃນການປະກອບອາຊີບຂອງເພດຍິງໄດ້ຮັບການຮັບປະກັນຢ່າງແຂງແຮງ,ເພດຍິງໄດ້ເຂົ້າຮ່ວມການຕັດສິນແລະການບໍລິຫານຢູ່ໃນວິສາຫະກິດຢ່າງກວ້າງຂວາງ.

ບົດລາຍງານຕິດຕາມກວດກາສະຖິຕິປີ 2022 ຄື “ແຜນການພັດທະນາແມ່ຍິງຈີນ (2021—2030)” ທີ່ອົງການສະຖິຕິແຫ່ງຊາດຈີນເຜີຍແຜ່ໃນມື້ດຽວກັນໃຫ້ຮູ້ວ່າ: ປີ 2022, ເພດຍິງທີ່ປະກອບອາຊີບໃນທົ່ວປະເທດແມ່ນມີເຖິງ 320 ລ້ານຄົນ, ກວມເອົາຍອດຈຳນວນຜູ້ປະກອບອາຊີບເຖິງ 43,2%. ໃນຈຳນວນຜູ້ປະກອບອາຊີບຢູ່ໃນຫົວໜ່ວຍທີ່ບໍ່ແມ່ນເອກະຊົນໃນຕົວເມືອງແມ່ນມີເພດຍິງ 67,664 ລ້ານຄົນ, ກວມເອົາ 40,5%.