ໂຄສົກກະຊວງຕ່າງປະເທດຈີນປະກອບຄຳເຫັນກ່ຽວກັບຈີນ ແລະ ອາເມຣິກາສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 45 ປີ

2024-01-02 16:43:06 CRI


ວັນທີ 2 ມັງກອນນີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ປະກອບຄຳເຫັນກ່ຽວກັບຈີນ ແລະ ອາເມຣິກາສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 45 ປີ.

 

ໂຄສົກທ່ານນີ້ໄດ້ກ່າວວ່າ, ປີ 2024 ແມ່ນປີທີ່ຈີນ ແລະ ອາເມຣິກາໄດ້ສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 45 ປີ.  ຈີນ ແລະ ອາເມຣິກາສ້າງຕັ້ງສາຍພົວພັນທາງການທູດແມ່ນເຫດການໃຫຍ່ໃນປະຫວັດສາດຂອງການພົວພັນລະຫວ່າງສອງປະເທດ ກໍຄືສາຍພົວພັນສາກົນ. ປະຫວັດສາດໄດ້ຢືນຢັນໃຫ້ເຫັນແລ້ວວ່າ, ການພັດທະນາຂອງສາຍພົວພັນຈີນ - ອາເມຣິກາບໍ່ພຽງແຕ່ໄດ້ເພີ່ມທະວີຜົນປະໂຫຍດຂອງປະຊາຊົນສອງຊາດເທົ່ານັ້ນ, ແຕ່ຍັງໄດ້ຊຸກຍູ້ສັນຕິພາບ ສະຖຽນລະພາບ ແລະ ການພັດທະນາຂອງໂລກອີກດ້ວຍ.

 

ຈີນສຸມໃສ່ການສ້າງຕັ້ງສາຍພົວພັນຈີນ-ອາເມຣິກາທີ່ໝັ້ນທ່ຽງ ປອດໃສ ແລະ ຍືນຍົງ. ຈີນຍິນດີຮ່ວມມືກັບອາເມຣິກາ, ພະຍາຍາມຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນ ແລະ ໝາກຜົນທີ່ສຳຄັນທີ່ປະມຸກລັດສອງປະເທດຈີນ-ອາເມຣິກາຕົກລົງກັນຢູ່ນະຄອນຊານຟຣານຊິສໂກປະເທດອາເມຣິກາ, ຮ່ວມກັນສ້າງຄວາມຮັບຮູ້ທີ່ຖືກຕ້ອງ, ຮ່ວມກັນຄຸ້ມຄອງຄວບຄຸມບັນຫາຂໍ້ຂັດແຍ້ງລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ, ຮ່ວມກັນຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮ່ວມກັນແບກຫາບຄວາມຮັບຜິດຊອບຂອງປະເທດໃຫຍ່, ຮ່ວມກັນຊຸກຍູ້ການແລກປ່ຽນດ້ານວັດທະນະທຳ, ຊຸກຍູ້ສາຍພົວພັນສອງປະເທດໃຫ້ຂະຫຍາຍຕົວໄປສູ່ທິດທາງທີ່ຖືກຕ້ອງ, ສ້າງຜົນປະໂຫຍດໃຫ້ແກ່ສອງປະເທດ ກໍຄືທົ່ວໂລກ.