ຫຼາຍກວ່າ 110.000 ເທື່ອຄົນຈາກ 6 ປະເທດເຂົ້າເມືອງຈີນໂດຍຍົກເວັ້ນວີຊ່າ

2024-01-02 10:56:53 CRI


ວັນທີ 1 ມັງກອນນີ້, ກົມຄຸ້ມຄອງຄົນຕ່າງປະເທດກະຊວງປ້ອງກັນຄວາມສະຫງົບຈີນໄດ້ປະກາດຕົວເລກສະຖິຕິໂດຍໄດ້ສະແດງໃຫ້ເຫັນວ່າ, ເລີ່ມແຕ່ວັນທີ 1 ທັນວາ ປີ 2023, ຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາຝ່າຍດຽວຕໍ່ຜູ້ຖືພາດສພອດທຳມະດາຂອງ 6 ປະເທດ, ຄື: ຝຣັ່ງ, ເຢຍລະມັນ, ອີຕາລີ, ໂຮນລັງ, ແອັດສະປາຍ ແລະ ມະເລເຊຍ, ນັບມາຮອດວັນທີ 31 ທັນວາ ປີ 2023, ລວມມີ 214.000 ເທື່ອຄົນຂອງ 6 ປະເທດດັ່ງກ່າວໄດ້ເຂົ້າມາສູ່ປະເທດຈີນ, ເພີ່ມຂຶ້ນ 28,5%ເມື່ອທຽບໃສ່ເດືອນພະຈິກ 2023, ໃນນັ້ນຜູ້ເຂົ້າເມືອງທີ່ຖືພາດສພອດທຳມະດາເຂົ້າເມືອງໂດຍຍົກເວັ້ນວີຊ່າ ລວມມີ 118.000 ເທື່ອຄົນ, ກວມເອົາ 55,1%ຂອງຍອດຈຳນວນຂອງ 6 ປະເທດດັ່ງກ່າວທີ່ເຂົ້າມາເມືອງຈີນ.

 

ກົມຄຸ້ມຄອງຄົນຕ່າງປະເທດໃຫ້ຮູ້ຕື່ມວ່າ, ເມື່ອເບິ່ງຈຸດປະສົງຂອງການເຂົ້າເມືອງແລ້ວເຫັນວ່າ, ຜູ້ເຂົ້າເມືອງທີ່ຖືພາດສພອດທຳມະດາເຂົ້າເມືອງໂດຍຍົກເວັ້ນວີຊ່າມາທ່ອງທ່ຽວ ແລະ ດຳເນີນທຸລະກິດຢູ່ຈີນມີທັງໝົດ 91.000 ເທື່ອຄົນ, ກວມເອົາ 77,3%.