ການແຊກແຊງວຽກງານຮົງກົງດ້ວຍຂໍ້ອ້າງ “ເສລີພາບດ້ານຂ່າວສານ” ຈະຕ້ອງປະລາໄຊຢ່າງແນ່ນອນໃນທີ່ສຸດ

2024-01-03 10:41:14 cri

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 2 ມັງກອນນີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວເນັ້ນໜັກວ່າ: ເຈດຈຳນົງໃດໆທີ່ຫວັງຢາກແຊກແຊງວຽກງານຮົງກົງດ້ວຍຂໍ້ອ້າງ “ເສລີພາບດ້ານຂ່າວສານ” ຈະຕ້ອງປະລາໄຊຢ່າງແນ່ນອນໃນທີ່ສຸດ.


ມີນັກຂ່າວຖາມວ່າ: ຫວ່າງມໍ່ໆມານີ້, ອັງກິດ ແລະ ອາເມຣິກາໄດ້ອອກຖະແຫຼງການໃນນາມ “ສະຫະພັນເສລີພາບສື່ມວນຊົນ” ວ່າ, ລັດຖະບານ ແລະ ອຳນາດການປົກຄອງເຂດບໍລິຫານພິເສດຮົງກົງຂອງຈີນໄດ້ໄດ້ວາງມາດຕະການກີດກັ້ນຂະແໜງການຂ່າວດ້ວຍກົດໝາຍຮັກສາຄວາມໝັ້ນຄົງແຫ່ງຊາດ ໂດຍຮຽກຮ້ອງໃຫ້ຝ່າຍຈີນຈົ່ງເຄົາລົບຕາມຄຳໝັ້ນສັນຍາດ້ານສິດທິມະນຸດສາກົນ ແລະ ພັນທະດ້ານກົດໝາຍ.


ກ່ຽວກັບເລື່ອງນີ້, ທ່ານວາງເວີນປິ່ນກ່າວວ່າ: “ບາງປະເທດໄດ້ໃສ່ຮ້າຍປ້າຍສີເສລີພາບດ້ານການລາຍງານຂ່າວຂອງຮົງກົງ, ກ່າວໂຈມຕີການປະຕິບັດກົດໝາຍທີ່ຊອບທຳຂອງອຳນາດການປົກຄອງເຂດບໍລິຫານພິເສດຮົງກົງ ແລະ ສະໜັບສະໜູນພວກກໍ່ຈະລາຈົນຢູ່ຮົງກົງເພື່ອຕ້ານຈີນ ດ້ວຍຂໍ້ອ້າງອັນທີ່ເອີ້ນວ່າ “ສະຫະພັນເສລີພາບສື່ມວນຊົນ, ພວກເຮົາສະແດງຄວາມບໍ່ພໍໃຈຢ່າງຮຸນແຮງ ແລະ ຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້. ຄົນໃນໂລກໃຜຮູ້ດີແລ້ວວ່າ: ອັນທີ່ເອີ້ນວ່າ “ເສລີພາບດ້ານການລາຍງານຂ່າວ” ເປັນພຽງເຄື່ອງມືຂອງປະເທດທີ່ກ່ຽວຂ້ອງໃນການໂຈມຕີ ແລະ ໃສ່ຮ້າຍປ້າຍສີປະເທດອື່ນເທົ່ານັ້ນ, ຖ້າກ່ຽວພັນເຖິງຜົນປະໂຫຍດຂອງພວກເຂົາ, ປະເທດເຫຼົ່ານີ້ຈະບໍ່ເອົາຫົວຊາຕໍ່ “ເສລີພາບດ້ານການລາຍງານຂ່າວ” ແຕ່ຢ່າງໃດ. ພວກເຂົາຊີ້ໄມ້ຊີ້ມືຕໍ່ວຽກງານຮົງກົງ ດ້ວຍຂໍ້ອ້າງ “ເສລີພາບດ້ານການລາຍງານຂ່າວ”, ເປັນພຽງຍ້ອນວ່າຍອມຮັບບໍ່ໄດ້ຕໍ່ທ່ວງທ່າຂະຫຍາຍຕົວທີ່ນັບມື້ນັບຈະເລີນຮຸ່ງເຮືອງຂອງຮົງກົງ, ເຈຕະນາແກ່ຍາວການມີເອກະສິດ ແລະ ອິດທິພົນຂອງຕົນຢູ່ຮົງກົງຕໍ່ໄປອີກ, ແຕ່ທັງໝົດເຫຼົ່ານີ້ຈະເປັນໄປບໍ່ໄດ້ຢ່າງເດັດຂາດ.”