ປະຊາຄົມໂລກໄດ້ເຫັນບົດບາດຂອງຈີນໃນຖານະເປັນປະເທດໃຫຍ່ໃນການນຳເອົາສະຖຽນລະພາບ ແລະຄວາມແນ່ນອນມາໃຫ້ແກ່ໂລກທີ່ວຸ້ນວາຍ

2024-01-03 14:20:30 cri

 

ວັນທີ 2 ມັງກອນນີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໂດຍກ່າວວ່າ: ໃນປີໃໝ່ 2024 ທີ່ມາເຖິງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ຄຳອວຍພອນປີໃໝ່, ຫວນຄືນບັນດາຜົນສຳເລັດອັນບໍ່ທຳມະດາຂອງຈີນໃນປີ 2023, ມອງໄປສູ່ອະນາຄົດອັນດີງາມທີ່ປະຊາຊົນຈີນສືບຕໍ່ພະຍາຍາມ ແລະກ້າວໄປສູ່ຄວາມຝັນໃນປີໃໝ່ນີ້, ສະແດງໃຫ້ເຫັນເຖິງຄວາມປາຖະໜາອັນຈິງໃຈຂອງຈີນທີ່ຈະຮ່ວມມືກັບປະເທດຕ່າງໆໃນໂລກເພື່ອສ້າງອະນາຄົດທີ່ດີກວ່າເກົ່າ ເຊິ່ງເປັນການສ້າງຂວັນກຳລັງໃຈໃຫ້ແກ່ຄົນທັງຫຼາຍໃນການບຸກບືນກ້າວໜ້າ.

 

ທ່ານກ່າວຕື່ມວ່າ: ໃນປີ 2023 ທີ່ຫາກໍຜ່ານພົ້ນໄປ, ປະຊາຄົມໂລກໄດ້ເຫັນບົດບາດຂອງຈີນໃນຖານະເປັນປະເທດໃຫຍ່ໃນການນຳເອົາສະຖຽນລະພາບ ແລະຄວາມແນ່ນອນມາໃຫ້ແກ່ໂລກທີ່ວຸ້ນວາຍ. ໃນປີຜ່ານມານີ້, ຈີນເປັນເຈົ້າພາບຈັດກອງປະຊຸມສຸດຍອດຈີນ-ອາຊີກາງ, ກອງປະຊຸມສຸດຍອດເວທີເປິກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 , ງານກິລານັກສຶກສາໂລກເສີງຕູ່ ແລະງານກິລາເອຊຽນເກມຢ່າງສຳເລັດຜົນ, ຮ່ວມກັບບັນດາຝ່າຍເຊີດຊູການພັດທະນາໂດຍສັນຕິ; ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໄປຢ້ຽມຢາມຕ່າງປະເທດ 4 ເທື່ອ, ໄດ້ເຂົ້າຮ່ວມກອງປະຊຸມສາກົນຕ່າງໆ, ໄດ້ພົບປະກັບເພື່ອນມິດເກົ່າ ແລະຄູ່ຮ່ວມມືພັດທະນາໃໝ່, ສະແດງຈຸດຢືນຂອງຈີນ, ລົງເລິກຄວາມເຫັນເປັນເອກະພາບກັນ, ສະແດງຄວາມໝັ້ນໃຈຂອງຈີນໃນການຮ່ວມມືກັບຝ່າຍຕ່າງໆເພື່ອປະເຊີນໜ້າກັບສິ່ງທ້າທາຍ ແລະຜ່ານຜ່າຄວາມຫຍຸ້ງຍາກຮ່ວມກັນ. ບັນດາຝ່າຍເຫັນໄດ້ຢ່າງຈະແຈ້ງກວ່າເກົ່າວ່າ: ຈີນບໍ່ພຽງແຕ່ພັດທະນາຕົນເອງເທົ່ານັ້ນ, ຍັງຮ່ວມມືກັບໂລກຢ່າງຕັ້ງໜ້າອີກດ້ວຍ.