ຈີນຈະຮ່ວມກັບປະເທດສະມາຊິກ BRICS ຊຸກຍູ້ “ການຮ່ວມມື BRICS” ໃຫ້ໄດ້ຮັບໝາກຜົນອັນໃໝ່ຢ່າງບໍ່ຢຸດຢັ້ງ

2024-01-03 14:19:48 cri

 

ວັນທີ 2 ມັງກອນນີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ນັກຂ່າວໄດ້ຕັ້ງຄຳຖາມກ່ຽວກັບການຮັບເອົາສະມາຊິກໃໝ່ຂອງ BRICS.

 

ທ່ານຫວ່າງເວີນປິ່ນຕອບວ່າ: ພວກເຮົາມີຄວາມໝັ້ນໃຈຕໍ່ການພັດທະນາການຮ່ວມມື BRICS ໃນອະນາຄົດ. ກົນໄກການຮ່ວມມື BRICS ໄດ້ຜ່ານມາ 18 ປີ, ກຳລັງແຫ່ງຄວາມສາມັກຄີນັບມື້ນັບເຂັ້ມແຂງຂຶ້ນ ແລະມີບົດບາດເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ກາຍເປັນກຳລັງທີ່ຕັ້ງໜ້າ, ໝັ້ນຄົງ ແລະມີລັກສະນະສ້າງສັນໃນກິດຈະການສາກົນ. BRICS ໄດ້ຂະຫຍາຍຕົວໄປເຖິງ 10 ປະເທດສະມາຊິກ ເຊິ່ງໝາຍເຖິງການຮ່ວມມື BRICS ມີອະນາຄົດທີ່ສົດໃສ. ປະເທດ BRICS ໄດ້ຕັດສິນໃຈຮັບເອົາສະມາຊິກໃໝ່ຕາມການຮ້ອງຂໍຂອງປະເທດທີ່ກ່ຽວຂ້ອງ, ແມ່ນສອດຄ່ອງກັບຄວາມມຸ່ງມາດປາຖະໜາຮ່ວມຂອງຕະຫຼາດທີ່ຈະເລີນຮຸ່ງເຮືອງໃໝ່ ແລະປະເທດພວມພັດທະນາ ແລະປະຕິບັດຕາມກະແສປະຫວັດສາດແຫ່ງການຫັນເປັນຫຼາຍຂົ້ວຂອງໂລກ. ຈີນຈະຮ່ວມກັບປະເທດສະມາຊິກ BRICS ຊຸກຍູ້ “ການຮ່ວມມື BRICS” ໃຫ້ໄດ້ຮັບໝາກຜົນໃໝ່ຢ່າງບໍ່ຢຸດຢັ້ງ.