ຈີນຍິນດີໃຫ້ການຊ່ວຍເຫຼືອທີ່ຈຳເປັນແກ່ຍີ່ປຸ່ນໃນການກູ້ໄພແຜ່ນດິນໄຫວ

2024-01-03 16:14:22 CRI


    ວັນທີ 3 ມັງກອນນີ້, ໃນກອງປະຊຸມຖະແຫຼງຂ່າວ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ມື້ວານນີ້ ຈີນໄດ້ສະແດງຄວາມເຫັນອົກເຫັນໃຈຕໍ່ຍີ່ປຸ່ນໃນກໍລະນີເລື່ອງທີ່ເກີດແຜ່ນດິນໄຫວທີ່ຮຸນແຮງຢູ່ເຂດໂນໂຕແຂວງອິຊິຄະວະປະເທດຍີ່ປຸ່ນ. ຈີນຍິນດີໃຫ້ການຊ່ວຍເຫຼືອໃນສິ່ງທີ່ຈຳເປັນໃຫ້ແກ່ຍີ່ປຸ່ນເພື່ອດຳເນີນການກູ້ໄພ. ຕາມຂ່າວແຈ້ງວ່າ, ປັດຈຸບັນຍັງບໍ່ທັນມີການລາຍງານວ່າ ມີພົນລະເມືອງຈີນເສຍຊີວິດ ຫຼື ບາດເຈັບຢູ່ຍີ່ປຸ່ນຍ້ອນແຜ່ນດິນໄຫວຄັ້ງນີ້, ກະຊວງການຕ່າງປະເທດ ແລະ ສະຖານກົງສຸນຈີນປະຈຳຍີ່ປຸ່ນຈະສືບຕໍ່ເອົາໃຈໃສ່ຕິດຕາມສະພາບການແຜ່ນດິນໄຫວ ເພື່ອຊ່ວຍໃຫ້ການປະສານງານທີ່ຈຳເປັນແກ່ພົນລະເມືອງຈີນທີ່ຢູ່ຍີ່ປຸ່ນຢ່າງທັນການ.