ພະລັງຂັບເຄື່ອນການພັດທະນາຂອງວິສາຫະກິດລະດັບກາງແລະນ້ອຍແບບວິຊາການ, ລະອຽດປານີດ, ມີລັກສະນະພິເສດ ແລະ ເຕັກໂນໂລຊີໃໝ່ ຂອງຈີນໄດ້ເຕີບໃຫຍ່ຂະຫຍາຍຕົວເລື້ອຍໆ

2024-01-04 11:19:30 cri

ຕົວເລກຂໍ້ມູນຈາກກະຊວງອຸດສາຫະກຳແລະເຕັກໂນໂລຊີຂໍ້ມູນຂ່າວສານຈີນສະແດງໃຫ້ເຫັນວ່າ, ຄວາມສາມາດດ້ານການປະດິດສ້າງໃໝ່ຂອງວິສາຫະກິດລະດັບກາງແລະນ້ອຍແບບວິຊາການ, ລະອຽດປານີດ, ມີລັກສະນະພິເສດ ແລະ ເຕັກໂນໂລຊີໃໝ່ ຂອງຈີນໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ວິສາຫະກິດເຫຼົ່ານີ້ມີຜົນກຳໄລນັບມື້ນັບຫຼາຍຂຶ້ນ, ຄວາມສາມາດການແຂ່ງຂັນນັບມື້ນັບເຂັ້ມແຂງຂຶ້ນ, ຄວາມມີຊີວິດຊີວາ ແລະ ພະລັງຂັບເຄື່ອນຂອງວິສາຫະກິດເຫຼົ່ານີ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວອອກໄປ.


ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ນັບແຕ່ເດືອນມັງກອນຫາເດືອນພະຈິກປີ 2023, ອັດຕາກຳໄລຂອງວິສາຫະກິດເຫຼົ່ານີ້ມີເຖິງ 8,2%, ສູງກວ່າວິສາຫະກິດລະດັບກາງແລະນ້ອຍທົ່ວໄປເຖິງ 3,1%.


ເຈົ້າໜ້າທີ່ກະຊວງອຸດສາຫະກຳແລະເຕັກໂນໂລຊີຂໍ້ມູນຂ່າວສານກ່າວຕື່ມວ່າ, ວິສາຫະກິດເຫຼົ່ານີ້ມີຄວາມໝັ້ນໃຈຕໍ່ການພັດທະນານັບມື້ນັບເພີ່ມຂຶ້ນ, ຈັງຫວະການຂະຫຍາຍທຸລະກິດຂອງວິສາຫະກິດກໍນັບມື້ນັບໄວຂຶ້ນ ເຊິ່ງມີບົດບາດການນຳພາຕໍ່ວິສາຫະກິດລະດັບກາງແລະນ້ອຍທົ່ວໄປນັບມື້ນັບຫຼາຍຂຶ້ນ ໂດຍສະເພາະໄດ້ສ້າງພະລັງຂັບເຄື່ອນຕໍ່ການພັດທະນາເສດຖະກິດນັບມື້ນັບພົ້ນເດັ່ນຂຶ້ນ.