ກອງປະຊຸມຫົວໜ້າຄະນະໂຄສະນາ ອົບຮົມທົ່ວປະເທດຈີນຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2024-01-04 16:23:34 CRI


    ວັນທີ 3 ມັງກອນນີ້, ກອງປະຊຸມຫົວໜ້າຄະນະໂຄສະນາ ອົບຮົມທົ່ວປະເທດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານໄຊ້ສີ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ເລຂາທິການສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສ. ທ່ານກ່າວເນັ້ນວ່າ, ຕ້ອງຖືແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນຳ, ຈັດຕັ້ງປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ແລະ ຈິດໃຈກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະກຳມະການສູນກາງພັກສະໄໝທີ 20 ຢ່າງຮອບດ້ານ, ລົງເລິກຈັດຕັ້ງປະຕິບັດແນວຄິດສີຈິ້ນຜິງກ່ຽວກັບວັດທະນະທຳ, ປິ່ນອ້ອມການຊຸກຍູ້ ຄວາມທັນສະໄໝແບບຈີນທີ່ເປັນຫົວຂໍ້ການເມືອງໃຫຍ່ທີ່ສຸດຢ່າງແໜ້ນແຟ້ນ, ກຳກັບພາລະກຳວັດທະນະທຳໃໝ່ ໃນຍຸກໃໝ່ຢ່າງໜັກແໜ້ນ, ສຸມກຳລັງເຂົ້າໃນການປະຕິບັດໜ້າທີ່ການເມືອງເປັນອັນດັບໜຶ່ງຄື: ສ້າງຄວາມເຂັ້ມແຂງຂອງທົ່ວພັກ ແລະ ສຶກສາອົບຮົມປະຊາຊົນດ້ວຍທິດສະດີປະດິດສ້າງໃໝ່ຂອງພັກ, ພັດທະນາຄ່ານິຍົມແກນກາງ, ຫາງສຽງແກນກາງ ແລະ ວັດທະນະທຳແກນກາງ, ສະໜອງສິ່ງຮັບປະກັນດ້ານແນວຄິດທີ່ໜັກແໜ້ນ, ກຳລັງດ້ານຈິດໃຈທີ່ເຂັ້ມແຂງ ແລະ ເງື່ອນໄຂດ້ານວັດທະນະທຳທີ່ເອື້ອອຳນວຍໃຫ້ແກ່ພາລະກິດອັນຍິ່ງໃຫຍ່ໃນການຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນຢ່າງຮອບດ້ານ.