ຈີນທວງໃຫ້ອາເມຣິກາຍຸດຕິການກີດກັນນັກສຶກສາຈີນທີ່ໄປຮຽນຕໍ່ຢູ່ອາເມຣິກາດ້ວຍຂໍ້ອ້າງຄວາມໝັ້ນຄົງແຫ່ງຊາດ

2024-01-05 10:27:58 cri

ໃນກອງປະຊຸມຖະແຫຼງຂ່າວກະຊວງການຕ່າງປະເທດຈີນ ທີ່ຈັດຂຶ້ນໃນວັນທີ 4 ມັງກອນປີນີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນທວງໃຫ້ອາເມຣິກາຈະປະຕິບັດຕາມການສະແດງທ່າທີຂອງຕົນກ່ຽວກັບການຍິນດີຕ້ອນຮັບນັກສຶກສາຈີນຢ່າງແທ້ຈິງ, ຍົກເລີກດຳລັດເລກ 10043 ທີ່ຜິດພາດ, ຍຸດຕິການກີດກັນ ແລະ ຈຳກັດນັກສຶກສາຈີນທີ່ໄປຮຽນຕໍ່ຢູ່ອາເມຣິກາດ້ວຍຂໍ້ອ້າງຄວາມໝັ້ນຄົງແຫ່ງຊາດ, ປົກປ້ອງຄວາມປອດໄພ, ສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຜູ້ຊ່ຽວຊານ ແລະ ນັກສຶກສາຈີນ ທີ່ຢູ່ອາເມຣິກາ, ປະຕິບັດຕາມຄຳໝັ້ນສັນຍາຂອງຕົນ ໃນການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນດ້ານວັດທະນະທຳ ແລະ ການໄປມາຫາສູ່ກັນດ້ານບຸກຄະລາກອນ ດ້ວຍການກະທຳຕົວຈິງ.


ທ່ານວາງເວີນປິ່ນກ່າວຕື່ມວ່າ: ເປັນເວລາດົນນານມາແລ້ວ, ອາເມຣິກາໄດ້ກີດກັນ ແລະ ບີບບັງຄັບນັກສຶກສາຈີນ ທີ່ໄປຮຽນຕໍ່ຢູ່ອາເມຣິກາ ທີ່ມີໜັງສືຢັ້ງຢືນ ແລະ ວີຊາທີ່ຖືກຕ້ອງຕາມກົດໝາຍຕາມລຳພັງໃຈ ຍ້ອນຈຸດປະສົງທາງການເມືອງ, ໄດ້ກວດກາ, ກັກຕົວ, ບີບບັງຄັບໃຫ້ຮັບສາລະພາບ, ຊັກຊວນຈູງໃຈ ຈົນເຖິງຂັ້ນສົ່ງນັກສຶກສາຈີນກັບຄືນປະເທດ. ໃນຫຼາຍເດືອນຜ່ານມາ, ທຸກໆເດືອນຈະມີບຸກຄົນຝ່າຍຈີນທີ່ເດີນທາງໄປອາເມຣິກາ ເຊິ່ງລວມທັງນັກສຶກສາຫຼາຍສິບຄົນຖືກຝ່າຍອາເມຣິກາສົ່ງກັບຄືນປະເທດຈີນແບບບັງຄັບ.


ທ່ານວາງເວີນປິ່ນກ່າວອີກວ່າ, ຈີນຈະສືບຕໍ່ປະຕິບັດມາດຕະການທີ່ຈຳເປັນ, ເດັດດ່ຽວປົກປ້ອງສິດທິ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງພົນລະເມືອງຈີນ ແລະ ກໍຈະແຈ້ງເຕືອນຄວາມສ່ຽງທີ່ກ່ຽວຂ້ອງໃຫ້ແກ່ບຸກຄົນທີ່ຈະເດີນທາງໄປຮຽນຕໍ່ຢູ່ອາເມຣິກາ.