CMG ປະກາດສະຖານທີ່ຈັດງານລາຕີສະຫຼອງບຸນກຸດຈີນ 2024

2024-01-05 10:58:32 CRI


ວັນທີ 4 ມັງກອນນີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMGໄດ້ປະກາດສະຖານທີ່ຈັດງານລາຕີເພື່ອສະຫຼອງບຸນກຸດຈີນ 2024, ຄື: ນະຄອນເສີນຢາງແຂວງລຽວນິງ, ນະຄອນຊາງຊ່າແຂວງຫູໜານ, ນະຄອນຊີ່ອ່ານແຂວງສ້ານຊີ່, ແລະ ນະຄອນຄ່າຊືເຂດຊິ່ນຈ່ຽງຈະຮ່ວມກັບສະຖານທີ່ຫຼັກຢູ່ນະຄອນຫຼວງປັກກິ່ງ, ຈັດງານລາຕີສະຫຼອງບຸນກຸດຈີນປີມະໂລງຢ່າງຄຶກຄື້ນມ່ວນຊື່ນໃຫ້ແກ່ຊາວຢູ່ຈີນທົ່ວໂລກໃນຄ່ຳຄືນວັນສົ່ງທ້າຍປີເກົ່າຕາມຈັນທະຄະຕິຈີນ.

 

ງານລາຕີສະຫຼອງບຸນກຸດຈີນ 2024 ຂອງ CMG ປະກອບດ້ວຍ 1 ສະຖານທີ່ຫຼັກ ແລະ 4 ສະຖານທີ່ສາຂາ, ຈະຜ່ານການອອກແບບທີ່ເປັນເອກະພາບກັນ, ການສະແດງສິລະປະ ແລະ ການຈັດທຳລາຍການຢ່າງລະອຽດປານີດ, ເຮັດໃຫ້ລາຍການຢູ່ເວທີສະຖານທີ່ສາຂາເຊື່ອມໂຍງກັບເວທີສະຖານທີ່ຫຼັກຢ່າງກົມກຽວ, ເພື່ອສະແດງໃຫ້ເຫັນເຖິງວັດທະນະທຳ ຮີດຄອງປະເພນີທີ່ອຸດົມສົມບູນຢູ່ແຫ່ງຕ່າງໆໃນທົ່ວປະເທດ ແລະ ບັນຍາກາດໃໝ່ທີ່ມີຫຼາກຫຼາຍສີສັນໃນຍຸກໃໝ່.