ຈີນສືບຕໍ່ເປັນເຄື່ອງຈັກສຳຄັນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ

2024-01-05 14:37:09 cri

ວັນທີ 4 ມັງກອນປີນີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບການຈ້ອງເບິ່ງເສດຖະກິດຈີນວ່າ: ປີໃໝ່ນີ້, ຈີນຈະສືບຕໍ່ເປັນເຄື່ອງຈັກສຳຄັນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ ເພື່ອເພີ່ມຄວາມແນ່ນອນ ແລະ ພະລັງທີ່ສ້າງສັນໃຫ້ແກ່ເສດຖະກິດໂລກ ທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ.


ທ່ານວາງເວີນປິ່ນກ່າວຕື່ມວ່າ, ຄວາມຈິງໄດ້ພິສູດໃຫ້ເຫັນວ່າ,  ພື້ນຖານ ຂອງເສດຖະກິດຈີນທີ່ພັດທະນາຢ່າງໜັກແໜ້ນ ແລະ ຂະຫຍາຍໄປສູ່ທິດທາງທີ່ດີ ພ້ອມທັງມີແນວໂນ້ມໄປໃນແງ່ດີໃນໄລຍະຍາວນັ້ນ ບໍ່ມີການປ່ຽນແປງແຕ່ຢ່າງໃດ, ປະຊາຄົມໂລກໄດ້ມີຄວາມໝັ້ນໃຈນັບມື້ນັບເພີ່ມຂຶ້ນຕໍ່ເສດຖະກິດຈີນໃນປີນີ້. ສື່ມວນຊົນສາກົນຫຼາຍແຫ່ງໄດ້ວິເຄາະວ່າ, ຈີນມີຂະໜາດເສດຖະກິດອັນໃຫຍ່ຫຼວງ, ມີລະບົບອຸດສາຫະກຳທີ່ສຸກງອມ ແລະ ຊັ້ນຄົນທີ່ມີລາຍຮັບປານກາງນັບມື້ນັບເຕີບໃຫຍ່ຂຶ້ນ ເຊິ່ງເປັນຕະຫຼາດທີ່ນັກລົງທຶນຕ່າງປະເທດປ່ອຍປະບໍ່ໄດ້.


ທ່ານວາງເວີນປິ່ນກ່າວຕື່ມອີກວ່າ: “ປີໃໝ່ນີ້, ຈີນຈະຈັດຕັ້ງປະຕິບັດແນວຄວາມຄິດໃນການພັດທະນາຢ່າງຮອບດ້ານ, ເລັ່ງການສ້າງສະພາບການພັດທະນາໃໝ່, ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ສືບຕໍ່ເສີມຂະຫຍາຍທ່າແຮງຕ່າງໆ ເຊັ່ນ: ມີຄວາມສາມາດດ້ານການປະດິດສ້າງໃໝ່ທີ່ເຂັ້ມແຂງ, ຕະຫຼາດທີ່ກວ້າງໃຫຍ່ໄພສານ, ສິ່ງກໍ່ສ້າງພື້ນຖານໂຄງລ່າງທີ່ຄົບຖ້ວນສົມບູນ, ຕ່ອງໂສ້ອຸດສາຫະກຳຄົບຊຸດ ແລະ ຊັບພະຍາກອນມະນຸດທີ່ອຸດົມສົມບູນ ແລະ ມີຄຸນນະພາບສູງ, ເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ສືບຕໍ່ຜ່ອນຜັນການອະນຸມັດເຂົ້າຕະຫຼາດ, ສືບຕໍ່ສ້າງສະພາບແວດລ້ອມການດຳເນີນທຸລະກິດແບບຕະຫຼາດ, ແບບກົດໝາຍ ແລະ ເປັນແບບສາກົນ, ຊົມໃຊ້ໂອກາດໃໝ່ທີ່ໄດ້ມາຈາກຄວາມທັນສະໄໝແບບຈີນກັບໂລກ.”