ທ່ານສີຈິ້ນຜິງສົ່ງສານສະແດງຄວາມເຫັນໃຈເຖິງປະທານາທິບໍດີອີຣານກໍລະນີທີ່ເກີດເຫດການລອບໂຈມຕີແບບກໍ່ການຮ້າຍຢູ່ອີຣານ

2024-01-05 10:21:48 CRI


ວັນທີ 4 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມເຫັນອົກເຫັນໃຈເຖິງທ່ານເຊເຢັດ ອີບຣາຫິມ ໄຣຊີ ປະທານາທິບໍດີອີຣານ ກໍລະນີທີ່ເກີດເຫດການລອບໂຈມຕີແບບກໍ່ການຮ້າຍຢ່າງຮຸນແຮງຢູ່ອີຣານ.

 

ເນື້ອໃນສານສະແດງຄວາມເຫັນອົກເຫັນໃຈຂອງທ່ານສີຈິ້ນຜິງລະບຸວ່າ: ຮູ້ສຶກຕື່ນຕົກໃຈທີ່ໄດ້ຮັບຊາບວ່າຢູ່ຢູ່ແຂວງເຄີມານຂອງອີຣານເກີດມີເຫດການລອບໂຈມຕີແບບກໍ່ການຮ້າຍຢ່າງຮຸນແຮງ ພາໃຫ້ມີຜູ້ເສຍຊີວິດ ແລະ ຜູ້ບາດເຈັບຈຳນວນຫຼວງຫຼາຍ. ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແລະ ປະຊາຊົນຈີນ ສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ, ຂໍສະແດງຄວາມເຫັນໃຈຢ່າງສຸດຊຶ້ງຕໍ່ຜູ້ໄດ້ຮັບບາດເຈັບ ແລະ ຄອບຄົວຂອງຜູ້ເສຍຊີວິດ.

 

ເນື້ອໃນສານສະແດງຄວາມເຫັນອົກເຫັນໃຈລະບຸຕື່ມວ່າ, ຈີນຄັດຄ້ານລັດທິກໍ່ການຮ້າຍທຸກຮູບແບບ, ກ່າວປະນາມຢ່າງຮຸນແຮງຕໍ່ການລອບໂຈມຕີແບບກໍ່ການຮ້າຍ, ເດັດດ່ຽວສະໜັບສະໜູນຄວາມພະຍາຍາມຂອງອີຣານເພື່ອປົກປັກຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງຊາດ.