ຈັດກອງປະຊຸມຄະນະກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນເພື່ອຮັບຟັງການລາຍງານວຽກງານຈາກພາກສ່ວນຕ່າງໆ

2024-01-05 15:12:09 CRI

ວັນທີ 4 ມັງກອນນີ້, ຄະນະກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມເພື່ອຮັບຟັງການລາຍງານວຽກງານຂອງຄະນະພັກຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ, ຄະນະລັດຖະບານ, ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ຮັບຟັງບົດລາຍງານວຽກງານຂອງຄະນະເລຂາທິການສູນກາງພັກ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນປະທານກອງປະຊຸມ ທັງໄດ້ກ່າວຄຳປາໄສທີ່ສຳຄັນ.

 

ກອງປະຊຸມຊີ້ອອກວ່າ, ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ແຕ່ລະປີ ສູນກາງພັກໄດ້ຮັບຟັງການລາຍງານວຽກງານຂອງຄະນະພັກ ຄະນະປະຈຳສະພາປະຊາຊົນແຫ່ງຊາດ, ຄະນະລັດຖະບານ, ສະພາເປິກສາການເມືອງປະຊາຊົນແຫ່ງຊາດ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ຮັບຟັງບົດລາຍງານວຽກງານຂອງຄະນະເລຂາທິການສູນກາງພັກ ເປັນການສະເພາະ ເຊິ່ງເປັນລະບຽບການທີ່ສຳຄັນ ເພື່ອຍຶດໝັ້ນ ແລະ ເພີ່ມທະວີການນຳພາຮອບດ້ານຂອງພັກ. ພຶດຕິກຳໄດ້ຢັ້ງຢືນໃຫ້ເຫັນວ່າ, ລະບຽບການດັ່ງກ່າວມີຜົນດີຕໍ່ພັກເກັບກຳເນື້ອໃນສະພາບລວມ ແລະ ປະສານງານທຸກພາກສ່ວນ, ມີຜົນດີຕໍ່ການຮັກສາຄວາມສາມັກຄີ ຄວາມເປັນເອກະພາບ ແລະ ກຳລັງສູ້ຮົບທີ່ເຂັ້ມແຂງຂອງພັກ, ມີຜົນດີຕໍ່ການເສີມຂະຫຍາຍທ່າແຮງຂອງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.