ຈີນທວງໃຫ້ປະເທດທີ່ກ່ຽວຂ້ອງຍຸດຕິການກະທຳທີ່ບໍ່ມີຄວາມຮັບຜິດຊອບ

2024-01-05 10:59:36 cri

ໂດຍແນໃສ່ຟີລິບປິນ ແລະ ອາເມຣິກາໄດ້ມີການດຳເນີນການລາດຕະເວນຮ່ວມຢູ່ທະເລຈີນໃຕ້ໃນຫວ່າງມໍ່ໆມານີ້, ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 4 ມັງກອນນີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ທວງໃຫ້ປະເທດທີ່ກ່ຽວຂ້ອງຍຸດຕິການກະທຳທີ່ບໍ່ມີຄວາມຮັບຜິດຊອບ, ເຄົາລົບຄວາມພະຍາຍາມຂອງປະເທດໃນພາກພື້ນໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້ຢ່າງແທ້ຈິງ.


ທ່ານວາງເວີນປິ່ນຕອບຄຳຖາມຂອງນັກຂ່າວວ່າ: “ຟີລິບປິນ ແລະ ອາເມຣິກາດຳເນີນການເຄື່ອນໄຫວທາງການທະຫານ ເພື່ອທ້າທາຍເກາະຜິດຢູ່ທະເລຈີນໃຕ້ໂດຍຜ່ານການອວດອ້າງກຳລັງອາວຸດ ເຊິ່ງຈະບໍ່ເປັນຜົນດີຕໍ່ການຄຸ້ມຄອງ ແລະ ຄວບຄຸມສະຖານະການທາງທະເລ ແລະ ຄວາມຂັດແຍ່ງທາງທະເລ. ພວກເຮົາທວງໃຫ້ປະເທດທີ່ກ່ຽວຂ້ອງຍຸດຕິການກະທຳທີ່ບໍ່ມີຄວາມຮັບຜິດຊອບ, ເຄົາລົບຄວາມພະຍາຍາມຂອງປະເທດໃນພາກພື້ນໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້ຢ່າງແທ້ຈິງ. ຈີນຈະສືບຕໍ່ປົກປ້ອງອະທິປະໄຕເໜືອດິນແດນ, ສິດ ແລະ ຜົນປະໂຫຍດທາງທະເລຂອງຈີນຢ່າງເດັດດ່ຽວ, ຕັ້ງໜ້າປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບໃນພາກພື້ນນີ້.”