ສ.ເກົາຫຼີກ່າວວ່າ: ສປປເກົາຫຼີຍິງປືນໃຫຍ່ປ້ອງກັນຝັ່ງທະເລໄປສູ່ເຂດທະເລຕາເວັນຕົກແຫຼມເກົາຫຼີ

2024-01-06 16:20:29 cri


   ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ5ມັງກອນນີ້, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ໃຫ້ຄວາມເຫັນກ່ຽວກັບເລື່ອງສ.ເກົາຫຼີກ່າວວ່າ: ສປປເກົາຫຼີໄດ້ຍິງປືນໃຫຍ່ປ້ອງກັນຝັ່ງທະເລໄປສູ່ເຂດທະເລຕາເວັນຕົກແຫຼມເກົາຫຼີ.

   ທ່ານວ່າງເວີນປີ່ນໄດ້ຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວວ່າ: ຝ່າຍຈີນພວມຕິດຕາມຢ່າງໃກ້ຊິດຕໍ່ການພັດທະນາແລະການປ່ຽນແປງຂອງສະພາບການທີ່ກ່ຽວຂ້ອງຂອງແຫຼມເກົາຫຼີ. ໃນໄລຍະມໍ່ໆມານີ້ ການເປັນປໍລະປັກກັນລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງໄດ້ຮຸນແຮງຂຶ້ນ, ສະຖານະການຢູ່ແຫຼມເກົາຫຼີເຄັ່ງຕຶງຂຶ້ນຢ່າງຕໍ່ເນື່ອງ. ຈີນມີເຈດຈຳນົງມາໂດຍຕະຫຼອດໃຫ້ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງແຫຼມເກົາຫຼີ,ແກ້ໄຂບັນຫາແຫຼມເກົາຫຼີດ້ວຍການສົນທະນາແລະເປິກສາຫາລືກັນ. ພາຍໃຕ້ສະພາບການປັດຈຸບັນ,ພວກເຮົາຫວັງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງຮັກສາຄວາມໃຈເຢັນແລະຄວາມອົດກັ້ນໄວ້,ບໍ່ໃຊ້ການເຄື່ອນໄຫວທີ່ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ, ຫຼີກລ່ຽງບໍ່ໃຫ້ສະຖານະການຮຸນແຮງຂຶ້ນຕື່ມອີກ, ແລະສ້າງເງື່ອນໄຂໃຫ້ແກ່ການຟື້ນຟູການສົນທະນາທີ່ມີຄວາມໝາຍຄືນໃໝ່.