ທ່ານຫຼີສຽງເປັນປະທານກອງປະຊຸມວຽກງານປະຈຳຂອງລັດຖະບານ

2024-01-06 14:42:47 CRI

 

ວັນທີ 5 ມັງກອນນີ້, ທ່ານຫຼີສຽງ, ນາຍົກລັດຖະມົນຕີຈີນໄດ້ເປັນປະທານກອງປະຊຸມວຽກງານປະຈຳຂອງລັດຖະບານຈີນ, ໂດຍໄດ້ຄົ້ນຄວ້າກ່ຽວກັບ ນະໂຍບາຍແລະມາດຕະການໃນການພັດທະນາເສດຖະກິດ “ຜົມຫງອກ”, ແລະການເພີ່ມທະວີຄວາມສຸກໃຫ້ແກ່ຜູ້ເຖົ້າ, ໄດ້ພິຈາລະນະຄຳເຫັນຊີ້ນຳກ່ຽວກັບການປັບປຸງການບໍລິການດ້ານວຽກງານລັດຖະບານໃຫ້ສົມບູນຂຶ້ນຕື່ມອີກ, ການຍົກສູງປະສິດທິຜົນດ້ານການບໍລິຫານແລະການຊຸກຍູ້ “ການສຳເລັດເລື່ອງໜຶ່ງດ້ວຍປະສິດທິພາບສູງ”, ແລະໄດ້ຮັບຟັງການລາຍງານກ່ຽວກັບສະພາບຮັບປະກັນການຈ່າຍເງິນເດືອນໃຫ້ແຮງງານທີ່ມາຈາກເຂດຊົນນະບົດ, ເປິກສາຫາລືກ່ຽວກັບ “ກົດໝາຍວ່າດ້ວຍບັນຊີຂອງສາທາລະນະລັດປະຊາຊົນຈີນ(ສະບັບຮ່າງປັບປຸງ)” ແລະກົດໝາຍກົດບັນຍັດສະບັບອື່ນໆ.