ການຍິງສົ່ງດາວທຽມຄັ້ງທຳອິດໃນປີ 2024 ! ຈີນຍິງສົ່ງດາວທຽມ 15-18 ຂອງກຸ່ມດາວທຽມອຸຕຸນິຍົມທ່ຽນມູ້ 1 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2024-01-06 14:40:58 CRI

 

ເວລາ 19 ໂມງ 20 ນາທີຂອງວັນທີ 5 ມັງກອນນີ້, ຢູ່ສູນສົ່ງດາວທຽມຈິວຊວນຂອງຈີນ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານ KZ-1A ສົ່ງດາວທຽມ 15-18 ຂອງກຸ່ມດາວທຽມອຸຕຸນິຍົມທ່ຽນມູ້ 1 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນຕາມທີ່ຄາດໄວ້ຢ່າງສະດວກ, ການສົ່ງດາວທຽມໄດ້ປະສົບຜົນສຳເລັດຢ່າງຈົບງາມ.

 

ດາວທຽມ 15-18 ຂອງກຸ່ມດາວທຽມອຸຕຸນິຍົມທ່ຽນມູ້ 1 ຕົ້ນຕໍຈະນຳໃຊ້ເຂົ້າໃນການອຳນວຍການບໍລິການເກັບກຳຂໍ້ມູນຂ່າວສານດ້ານອຸຕຸນິຍົມສຳລັບການຄ້າ.