ປະມຸກລັດຈີນ-ມານດີວຈະວາງແຜນຍຸດທະສາດໃຫ້ແກ່ການຂະຫຍາຍການພົວພັນລະຫວ່າງສອງປະເທດ

2024-01-06 16:03:05 cri

   ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ,ທ່ານ ໂມຮາເມັດ ມຸຍຊູ ປະທານາທິບໍດີສ. ມານດີວຈະເດີນທາງມາຢ້ຽມຢາມຈີນທາງລັດຖະກິດລະຫວ່າງວັນທີ8-12ມັງກອນນີ້. ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ5ມັງກອນນີ້ວ່າ: ເຊື່ອວ່າຜ່ານການຢ້ຽມຢາມຄັ້ງນີ້,ປະມຸກລັດສອງປະເທດຈະວາງແຜນຍຸດທະສາດໃຫ້ແກ່ການຂະຫຍາຍການພົວພັນຈີນ-ມານດີວ,ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບໃໝ່.

   ທ່ານວ່າງເວີນປີ່ນກ່າວວ່າ: ການຢ້ຽມຢາມເທື່ອນີ້ແມ່ນທ່ານໂມຮາເມັດ ມຸຍຊູ ປະທານາທິບໍດີສ. ມານດີວຢ້ຽມຢາມຕ່າງປະເທດທາງລັດຖະກິດຄັ້ງທຳອິດຫຼັງຈາກທ່ານຂຶ້ນດຳລົງຕຳແໜ່ງເປັນຕົ້ນມາ.ປະມຸກລັດສອງປະເທດຈະຈັດການເຈລະຈາຢ່າງເປັນທາງການ,ແລະຈະເປັນສັກຂີພິຍານຮ່ວມກັນໃນພິທີເຊັນສັນຍາຮ່ວມມືສອງຝ່າຍ.