ຈີນຕັດສິນໃຈລົງໂທດຕໍ່ບໍລິສັດການທະຫານ 5 ແຫ່ງຂອງອາເມຣິກາ

2024-01-07 14:58:46 cri

 

     ຫວ່າງມໍ່ໆມານີ້, ອາເມຣິກາໄດ້ຈຳໜ່າຍອາວຸດຍຸດໂທປະກອນໃຫ້ໄຕ້ຫວັນອີກຮອບໃໝ່ ແລະ ລົງໂທດຕໍ່ບໍລິສັດ ແລະສ່ວນບຸກຄົນຂອງຈີນດ້ວຍຂໍ້ອ້າງຕ່າງໆ.

 

     ຈີນກ່າວວ່າຈະປະຕິບັດມາດຕະການຕ້ານການລົງໂທດ, ໂຄສົກກະຊວງການຕ່າງປະເທດຈີນແນະນຳໃຫ້ຮູ້ວ່າ: ແນໃສ່ການກະທຳຜິດພາດອັນໜັກໜ່ວງດັ່ງກ່າວຂອງອາເມຣິກາ, ອີງຕາມກົດໝາຍວ່າດ້ວຍການຕໍ່ຕ້ານການລົງໂທດຈາກຕ່າງປະເທດຂອງສາທາລະນະລັດປະຊາຊົນຈີນ, ຈີນຕັດສິນລົງໂທດບໍລິສັດການທະຫານ 5 ແຫ່ງຂອງອາເມຣິກາ ຄື: ບໍລິສັດລະບົບທາງບົກ ແລະອາວຸດ BAE, ບໍລິສັດບໍລິຫານລະບົບເຕັກນິກປະສົມ, ບໍລິສັດສິ່ງແວດລ້ອມທາງອາກາດ, ບໍລິສັດ ViaSat ແລະບໍລິສັດ Data Link Solutions. ມາດຕະການລົງໂທດລວມມີ: ງົດສັງຫາລິມະສັບ, ອະສັງຫາລິມະສັບ ແລະຊັບສິນປະເພດອື່ນໆທີ່ຢູ່ໃນຈີນ, ຫ້າມບໍ່ໃຫ້ອົງການ ແລະສ່ວນບຸກຄົນທີ່ຢູ່ໃນຈີນດຳເນີນການຄ້າຂາຍ ແລະການຮ່ວມມືກັບບໍລິສັດເຫຼົ່ານີ້.