ມາຮອດທ້າຍເດືອນທັນວາປີ 2023, ຂະໜາດຄັງສຳຮອງເງິນຕາຕ່າງປະເທດຂອງຈີນມີເຖິງ 3.238 ຕື້ໂດລາ

2024-01-08 14:42:48 cri

    ຕົວເລກຂໍ້ມູນທີ່ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນເປີດເຜີຍຫຼ້າສຸດສະແດງໃຫ້ເຫັນວ່າ: ມາຮອດທ້າຍເດືອນທັນວາປີ 2023, ຂະໜາດຄັງສຳຮອງເງິນຕາຕ່າງປະເທດຂອງຈີນມີເຖິງ 3.238 ຕື້ໂດລາ, ໄດ້ເພີ່ມຂຶ້ນ 66,2 ຕື້ໂດລາເມື່ອທຽບໃສ່ທ້າຍເດືອນພະຈິກ 2023, ເພີ່ມຂຶ້ນ 2,1%; ໄດ້ເພີ່ມຂຶ້ນ 110,3 ຕື້ໂດລາເມື່ອທຽບໃສ່ທ້າຍເດືອນທັນວາປີ 2022, ເພີ່ມຂຶ້ນ 3,5%.

    ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນກ່າວວ່າ: ເສດຖະກິດຈີນສືບຕໍ່ຟື້ນຟູການພັດທະນາດີຂຶ້ນ, ຈະສະໜັບສະໜູນການຮັກສາລະດັບຄັງສຳຮອງເງິນຕາຕ່າງປະເທດໃຫ້ມີຄວາມໝັ້ນທ່ຽງໂດຍພື້ນຖານ.