ອົງການຕິດຕາມຄຸ້ມຄອງຫຼາຍປະເທດຮຽກຮ້ອງໃຫ້ເຮືອບິນໂດຍສານໂບອິງ 737 MAX 9 ຢຸດການບິນແລະຮັບການກວດກາ

2024-01-08 14:52:19 cri


ວັນທີ 6 ມັງກອນນີ້ຕາມເວລາທ້ອງຖິ່ນ, ຫຼັງຈາກອົງການຄຸ້ມຄອງການບິນສະຫະລັດອາເມຣິກາໄດ້ອອກຄຳສັ່ງໃຫ້ເຮືອບິນໂດຍສານໂບອິງ 737 MAX 9 ຢຸດການບິນເພື່ອຮັບການກວດກາ, ອົງການຮັກສາຄວາມປອດໄພດ້ານ ການບິນເອີຣົບໄດ້ຕົກລົງນຳໃຊ້ມາດຕະການນີ້ເຊັ່ນດຽວກັນ. ວັນທີ 7 ມັງກອນນີ້, ອົງການຄຸ້ມຄອງການບິນພົນລະເຮືອນມະເລເຊຍໄດ້ປະກາດແຈ້ງການວ່າ: ທຸກໆບໍລິສັດການບິນທີ່ມີການບໍລິການຂອງເຮືອບິນໂດຍສານລະບົບໂບອິງ 737 MAX ຢູ່ມະເລເຊຍ ຕ້ອງກວດກາຄວາມປອດໄພກ່ອນວັນທີ 10 ມັງກອນນີ້. ນອກນີ້, ອົງການຕິດຕາມຄຸ້ມຄອງຄວາມປອດໄພດ້ານການບິນຂອງອັງກິດກໍໄດ້ຮຽກຮ້ອງໃຫ້ບໍລິສັດນຳໃຊ້ເຮືອບິນໂດຍສານໂບອິງ 737 MAX 9 ຈົ່ງເຄົາລົບຄຳສັ່ງຢຸດນຳໃຊ້ເຮືອບິນຊະນິດນີ້ແລະຮັບການກວດກາຂອງອົງການຄຸ້ມຄອງການບິນສະຫະລັດອາເມຣິກາກ່ອນຈະເຂົ້າສູ່ນ່ານຟ້າອັງກິດ.

ວັນທີ 5 ມັງກອນນີ້, ເຮືອບິນໂດຍສານໂບອິງ 737 MAX 9 ລຳໜຶ່ງຂອງບໍລິສັດການບິນອາລາສກາອາເມຣິກາໄດ້ເກີດອຸບັດຕິເຫດຢູ່ເທິງອາກາດ ຫຼັງຈາກບິນຂຶ້ນຈາກນະຄອນປອດແລນອາເມຣິກາບໍ່ດົນ ແລ້ວກໍໄດ້ລົງຈອດຢ່າງສຸກເສີນ.