ກຳປັ່ນທ່ອງທ່ຽວຂະໜາດໃຫຍ່ລຳທຳອິດທີ່ຜະລິດໂດຍຈີນ “ອາໂດຣາ ເມືອງສະເໜ່” ສຳເລັດການເດີນເຮືອຄັ້ງທຳອິດ

2024-01-08 14:17:44 CRI

 

ວັນທີ 7 ມັງກອນນີ້, ກຳປັ່ນທ່ອງທ່ຽວຂະໜາດໃຫຍ່ລຳທຳອິດທີ່ຜະລິດໂດຍຈີນ “ອາໂດຣາ ເມືອງສະເໜ່” ໄດ້ຈອດຢູ່ທ່າກຳປັ່ນທ່ອງທ່ຽວສາກົນອູຊົ່ງໂຂວນະຄອນຊຽງໄຮ້ຢ່າງປອດໄພ, ນັກທ່ອງທ່ຽວ 3.000 ກວ່າຄົນໄດ້ລົງເຮືອຢ່າງເປັນລະບຽບຮຽບຮ້ອຍ, ການບໍລິການເດີນເຮືອທ່ອງທ່ຽວຄັ້ງທຳອິດທີ່ມີໄລຍະເດີນເຮືອ 1.119 ໄມທະເລໄດ້ສິ້ນສຸດລົງຢ່າງຈົບງາມ.

 

ວັນທີ 1 ມັງກອນປີ 2024 ນີ້, ກຳປັ່ນທ່ອງທ່ຽວ“ອາໂດຣາ ເມືອງສະເໜ່” ໄດ້ເລີ່ມການເດີນເຮືອທ່ອງທ່ຽວຄັ້ງທຳອິດ, ເລີ່ມເດີນເຮືອຈາກນະຄອນຊຽງໄຮ້ຂອງຈີນໄປຫານະຄອນເຈຈູຂອງສເກົາຫຼີ, ນະຄອນນາກາຊາຄີແລະນະຄອນຟູຄູໂອະຄະຂອງຍີ່ປຸ່ນເປັນເວລາ 7 ວັນ 6 ຄືນ.

 

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງບໍລິສັດກຳປັ່ນທ່ອງທ່ຽວຂອງກຸ່ມບໍລິສັດກຳປັ່ນຈີນຈຳກັດຫຼື CSSC ກ່າວວ່າ: ການເດີນເຮືອຄັ້ງທຳອິດຢ່າງສຳເລັດຜົນແມ່ນການເລີ່ມຕົ້ນທີ່ດີຂອງການພັດທະນາອຸດສາຫະກຳຂອງກຳປັ່ນທ່ອງທ່ຽວຂະໜາດໃຫຍ່ທີ່ຜະລິດຢູ່ຈີນ, ບໍລິສັດກຳປັ່ນທ່ອງທ່ຽວຂອງ CSSC ຈະສ້າງຄວາມສາມາດແລະລະບົບການດຳເນີນທຸລະກິດຢ່າງຮອບດ້ານ, ເຊັ່ນ: ການຕະຫຼາດ, ການອອກແບບຜະລິດຕະພັນ, ການຄຸ້ມຄອງໂຮງແຮມ, ການຄຸ້ມຄອງວຽກງານທາງທະເລແລະດ້ານອື່ນ.