ກະຊວງການຕ່າງປະເທດຈີນຕອບໂຕ້ຖະແຫຼງການຮ່ວມອາເມຣິກາ ຍີ່ປຸ່ນ ສ.ເກົາຫຼີກ່ຽວກັບການສົນທະນາອິນໂດ-ປາຊີຟິກ

2024-01-09 11:26:33 CRI


     ຂ່າວສານຊີ່ນວາລາຍງານວ່າ: ໂດຍແນໃສ່ເນື້ອໃນທີ່ບໍ່ເໝາະສົມກ່ຽວກັບຈີນໃນຖະແຫຼງການຮ່ວມອາເມຣິກາ ຍີ່ປຸ່ນ ສ.ເກົາຫຼີກ່ຽວກັບການສົນທະນາອິນໂດ-ປາຊີຟິກ, ວັນທີ 8 ມັງກອນນີ້, ທ່ານນາງມາວນີງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຝ່າຍຈີນໄດ້ເອົາໃຈໃສ່ໃນລະດັບສູງຕໍ່ເນື້ອໃນທີ່ກ່ຽວຂ້ອງ, ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຄວນປະລະແນວຄິດສົງຄາມເຢັນ, ຍຸດຕິການສ້າງສະພາບການທີ່ເປັນປໍລະປັກກັນລະຫວ່າງກຸ່ມ ແລະເຮັດໃຫ້ສະຖານະການໃນພາກພື້ນເຄັ່ງຕຶງຂຶ້ນຕື່ມອີກ.

     ທ່ານນາງມາວນີງຍັງກ່າວຕື່ມວ່າ: ຝ່າຍຈີນເດັດດ່ຽວຄັດຄ້ານປະເທດຕ່າງໆທີ່ກ່ຽວຂ້ອງສ້າງກຸ່ມນ້ອຍຂຶ້ນມາເພື່ອປະຕິເສດຝ່າຍອື່ນດ້ວຍຂໍ້ອ້າງການຮ່ວມມື, ແຊກແຊງວຽກງານພາຍໃນຂອງຈີນຢ່າງບັງອາດ, ໂຈມຕີແລະໃສ່ຮ້າຍປ້າຍສີປະເທດຈີນ, ລະດົມຂົນຂວາຍໃຫ້ມີການເປັນປໍລະປັກກັນ. ປັດຈຸບັນນີ້, ສະຖານະການຢູ່ທະເລຈີນໃຕ້ມີຄວາມໝັ້ນທ່ຽງໂດຍລວມ. ຈີນສຸມກຳລັງເຂົ້າໃນການແກ້ໄຂຄວາມຂັດແຍ້ງຢ່າງເໝາະສົມດ້ວຍການເຈລະຈາແລະເປິກສາຫາລືກັບປະເທດທີ່ກ່ຽວຂ້ອງມາໂດຍຕະຫຼອດ. ບາງປະເທດນອກພາກພື້ນອວດອົງກຳລັງອາວຸດຢູ່ທະເລຈີນໃຕ້, ສ້າງເຫດການໃຫ້ເປັນປໍລະປັກກັນ, ບໍ່ມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຂອງທະເລຈີນໃຕ້. ບັນຫາໄຕ້ຫວັນແມ່ນວຽກງານພາຍໃນຂອງຈີນ, ບໍ່ອະນຸຍາດໃຫ້ອິດທິກຳລັງພາຍນອກໃດໆເຂົ້າມາແຊກແຊງເດັດຂາດ.