ກົມອຸຕຸນິຍົມຈີນ: ປີ 2023 ແມ່ນປີທີ່ຮ້ອນທີ່ສຸດນັບແຕ່ມີການບັນທຶກດ້ານອຸຕຸນິຍົມເປັນຕົ້ນມາ

2024-01-09 11:39:26 CRI


     ອີງຕາມຂໍ້ມູນຫຼ້າສຸດທີ່ເປີດເຜີຍໂດຍສູນດິນຟ້າອາກາດແຫ່ງຊາດຂອງກົມອຸຕຸນິຍົມຈີນສະແດງໃຫ້ເຫັນວ່າ: ປີ 2023 ແມ່ນປີທີ່ອາກາດຮ້ອນທີ່ສຸດຂອງໂລກນັບແຕ່ມີການບັນທຶກດ້ານອຸຕຸນິຍົມເປັນຕົ້ນມາ ເຊິ່ງໄດ້ສ້າງສະຖິຕິໃໝ່, ສູງກວ່າປີ 2016 ເຊິ່ງເປັນປີທີ່ຮ້ອນທີ່ສຸດຂອງເທື່ອກ່ອນ 0,14 ອົງສາ, ນັບແຕ່ເດືອນມິຖຸນາຫາເດືອນທັນວາປີນີ້, ອຸນຫະພູມສະເລ່ຍຂອງທົ່ວໂລກໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດຢ່າງລຽນຕິດເມື່ອທຽບໃສ່ໄລຍະດຽວກັນຂອງທຸກປີທີ່ຜ່ານມາ.

     ການຄາດຄະເນຫຼ້າສຸດຂອງສູນດິນຟ້າອາກາດແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ກໍລະນີເອວນິນໂຢລະດັບກາງທີ່ໂລກພວມປະສົບຢູ່ໃນປັດຈຸບັນນີ້ຈະສືບຕໍ່ໄປອີກຈົນຮອດລະດູໃບໄມ້ປົ່ງປີ 2024, ຍ້ອນເກີດກໍລະນີດັ່ງກ່າວ, ຄາດວ່າອຸນຫະພູມພື້ນຜິວໂລກຈະຖືກຜົນກະທົບຢ່າງໜັກໜ່ວງ, ສະຖິຕິອຸນຫະພູມສູງໃນຫຼາຍເດືອນລຽນຕິດຍັງອາດຈະຖືກທຳລາຍອີກ.