ທ່ານສີຈິ້ນຜິງກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການກວດກາລະບຽບວິໄນສູນກາງພັກຄອມມູນິດຈີນສະໄໝທີ XX

2024-01-09 14:35:58 cri

ຕອນເຊົ້າວັນທີ 8 ມັງກອນນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການກວດກາລະບຽບວິໄນສູນກາງພັກຄອມມູນິດຈີນສະໄໝທີ XX.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ໂດຍຜ່ານການຕ້ານການສໍ້ລາດບັງຫຼວງຢ່າງແຂງແຮງແລະບໍ່ລົດລະເປັນເວລາ 10 ປີຜ່ານມາໃນຍຸກໃໝ່, ການຕ້ານການສໍ້ລາດບັງຫຼວງໄດ້ຮັບໄຊຊະນະແບບມີທ່າອ່ຽງທີ່ເດັດຂາດ ແລະ ໄດ້ຮັບການປັບປຸງຢ່າງຮອບດ້ານ, ແຕ່ສະພາບການຍັງມີຄວາມຂ້ຽວຂາດແລະສັບສົນຢູ່. ພວກຂ້າພະເຈົ້າຄວນຮັບຮູ້ສະພາບການໃໝ່ແລະທ່ວງທ່າໃໝ່ທາງດ້ານການຕ້ານການສໍ້ລາດບັງຫຼວງຢ່າງຈະແຈ້ງ, ຄວນຮັບຮູ້ສາເຫດທີ່ພາໃຫ້ເກີດບັນຫາສໍ້ລາດບັງຫຼວງຢ່າງຈະແຈ້ງ, ຕ້ອງອອກແຮງຢ່າງຫ້າວຫັນເພື່ອໃຫ້ຖືກກັບເປົ້າໝາຍແລະຕໍ່ເນື່ອງດ້ວຍມານະຈິດກ້າຫານທີ່ຈະຕໍ່ສູ້ກັບການສໍ້ລາດບັງຫຼວງຕະຫຼອດໄປ, ເດັດດ່ຽວຍາດເອົາໄຊຊະນະໃນບັ້ນຕໍ່ຕ້ານການສໍ້ລາດບັງຫຼວງເປັນໄລຍະຍາວ.

ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 8 ມັງກອນນີ້. ຄະນະກຳມະການປະຈຳຄະນະກຳມະການກວດກາລະບຽບວິໄນສູນກາງພັກຄອມມູນິດຈີນເປັນປະທານກອງປະຊຸມ.