ປີ 2023 ການບິນພົນລະເຮືອນຈີນໄດ້ໃຫ້ການຂົນສົ່ງຜູ້ໂດຍສານ 620 ລ້ານເທື່ອຄົນ

2024-01-09 15:00:22 CRI

 

ນັກຂ່າວໄດ້ຮັບການລາຍງານຂໍ້ມູນຈາກກົມການບິນພົນລະເຮືອນຈີນໃນວັນທີ 8 ມັງກອນນີ້ວ່າ: ໃນປີ 2023 ທົ່ວຂະແໜງການຂອງການບິນພົນລະເຮືອນຈີນໄດ້ໃຫ້ການບໍລິການຂົນສົ່ງຜູ້ໂດຍສານ 620 ລ້ານເທື່ອຄົນ, ໄດ້ເພີ່ມຂຶ້ນ 146,1% ເມື່ອທຽບໃສ່ປີ2022, ໄດ້ບັນລຸເຖິງ 93,9% ຂອງຈຳນວນການຂົນສົ່ງຜູ້ໂດຍສານປີ 2019.

 

ໃນປີ 2023, ທົ່ວຂະແໜງການຂອງການບິນພົນລະເຮືອນຈີນໄດ້ສ້າງຜົນສຳເລັດດ້ານການຂົນສົ່ງສິນຄ້າທັງໝົດ 118,83 ຕື້ກິໂລແມັດໂຕນ, ໄດ້ເພີ່ມຂຶ້ນ 98,3% ເມື່ອທຽບໃສ່ປີ 2022, ໄດ້ບັນລຸເຖິງ 91,9% ຂອງປີ 2019,

ມີປະລິມານການຂົນສົ່ງສິນຄ້າແລະການໄປສະນີ 7,354 ລ້ານໂຕນ, ໄດ້ເພີ່ມຂຶ້ນ 21% ເມື່ອທຽບໃສ່ປີ 2022, ໄດ້ເພີ່ມຂຶ້ນເຖິງ97,6% ຂອງປີ 2019. ເມື່ອສັງເກດຈາກດ້ານລວມແລ້ວເຫັນວ່າ: ການຂົນສົ່ງສິນຄ້າຂອງຂະແໜງການມີສະພາບການດຳເນີນໄປດ້ວຍດີແລະມີການຟື້ນຟູຢ່າງໝັ້ນທ່ຽງ, ມີຄວາມປອດໄພແລະມີການແຂ່ງຂັນຢ່າງເປັນລະບຽບຮຽບຮ້ອຍ.