ກະຊວງການຄ້າຈີນໃຫ້ຄຳຕອບກ່ຽວກັບຄວາມຄືບໜ້າຂອງການຍຸດຕິການຫຼຸດພາສີໃຫ້ສິນຄ້າຈຳນວນໜຶ່ງໃນສັນຍາ ECFA

2024-01-10 11:32:52 CRI


     ວັນທີ 9 ມັງກອນນີ້, ໂຄສົກກະຊວງການຄ້າຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບຄວາມຄືບໜ້າທີ່ກ່ຽວຂ້ອງຂອງການຍຸດຕິການຫຼຸດພາສີໃຫ້ສິນຄ້າຈຳນວນໜຶ່ງໃນຂອບສັນຍາວ່າດ້ວຍການຮ່ວມມືເສດຖະກິດສອງຝັ່ງຊ່ອງແຄບ ຫຼື ECFA ວ່າ: ນັບແຕ່ໄດ້ອອກປະກາດແຈ້ງການ, ເຈົ້າໜ້າທີ່ພັກມີນຈີ້ນຂອງເຂດໄຕ້ຫວັນບໍ່ໄດ້ໃຊ້ມາດຕະການທີ່ເຮັດໃຫ້ເກີດຜົນແຕ່ຢ່າງໃດ ເພື່ອຍົກເລີກມາດຕະການຈຳກັດດ້ານການຄ້າທີ່ມີຕໍ່ແຜ່ນດິນໃຫຍ່ຈີນ, ຊ້ຳພັດໄດ້ໃສ່ຮ້າຍປ້າຍສີແຜ່ນດິນໃຫຍ່ຈີນໂດຍບໍ່ມີຄວາມຮັບຜິດຊອບ.

     ນັບແຕ່ວັນທີ 1 ມັງກອນປີ 2024 ເປັນຕົ້ນໄປ, ແຜ່ນດິນໃຫຍ່ຈີນໄດ້ຍຸດຕິການນຳໃຊ້ອັດຕາພາສີທີ່ລະບຸໄວ້ໃນສັນຍາ ECFA ຕໍ່ສິນຄ້ານຳເຂົ້າທີ່ຜະລິດຢູ່ເຂດໄຕ້ຫວັນ 12 ປະເພດ, ພາກສ່ວນທີ່ກ່ຽວຂ້ອງຂອງແຜ່ນດິນໃຫຍ່ກຳລັງຄົ້ນຄວ້າຈະໃຊ້ມາດຕະການຕື່ມອີກເພື່ອຍຸດຕິການຫຼຸດພາສີໃຫ້ແກ່ສິນຄ້າຈຳນວນໜຶ່ງໃນສັນຍາ ECFA ເຊັ່ນ: ສິນຄ້າກະສິກຳແລະການປະມົງທີ່ເກັບໄດ້ກ່ອນລະດູການ ກົນຈັກ ເຄື່ອງອາໄຫຼ່ລົດຍົນ ເຄື່ອງຕ່ຳແຜ່ນ ແລະສິນຄ້າອື່ນໆ ໂດຍອີງຕາມຂໍ້ມາດຕາແລະນະໂຍບາຍທີ່ກ່ຽວຂ້ອງໃນສັນຍາ ECFA.