ປີ 2023 ປະລິມານການເກັບຊື້ສະບຽງອາຫານທົ່ວປະເທດຈີນຫຼາຍກວ່າ 400 ລ້ານໂຕນ

2024-01-10 14:41:39 CRI

 

ນັກຂ່າວໄດ້ຮັບຮູ້ແຫຼ່ງຂໍ້ມູນຈາກກອງປະຊຸມວຽກງານການສະສົມສະບຽງອາຫານແລະວັດຖຸທົ່ວປະເທດຈີນທີ່ໄດ້ຈັດຂຶ້ນແຕ່ວັນທີ 8 ຫາວັນທີ 9 ມັງກອນນີ້ວ່າ: ໃນປີ 2023 ການຜະລິດສະບຽງອາຫານຂອງຈີນໄດ້ຮັບຜົນເກັບກ່ຽວຢ່າງອຸດົມສົມບູນອີກເທື່ອໃໝ່, ການເກັບຊື້ໃນທົ່ວປະເທດໄດ້ມີຄວາມໝັ້ນທ່ຽງແລະເປັນລະບຽບຮຽບຮ້ອຍ, ປະລິມານການເກັບຊື້ໃນທົ່ວປະເທດຖືກໄດ້ຫຼາຍກວ່າ    400 ລ້ານໂຕນ, ເທົ່າກັນກັບປີ 2022 ໂດຍລວມ, ຄວາມສາມາດດ້ານການຮັບປະກັນຄວາມປອດໄພຂອງ “ສາງສະບຽງອາຫານ” ໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ.

 

ທ່ານຫຼິວຮ້ວນຊີ່ນ ຫົວໜ້າກົມການສະສົມສະບຽງອາຫານແລະວັດຖຸແຫ່ງຊາດຈີນກ່າວວ່າ: ປັດຈຸບັນນີ້ປະລິມານການສະສົມສະບຽງອາຫານຂອງຈີນມີຄວາມພຽງພໍຫຼາຍ, ສະນັ້ນ, ອັດຕາການບໍລິໂພກທີ່ໄດ້ວມການສະສົມສະບຽງອາຫານແມ່ນສູງກວ່າ 17% ຫາ 18% ເຊິ່ງເປັນເສັ້ນເຕືອນໄພດ້ານສະບຽງອາຫານສາກົນຫຼາຍ.