ປີ 2023 ປະລິມານການສົ່ງເຄື່ອງດ່ວນຂອງຈີນມີເຖິງ 132 ຕື້ອັນ

2024-01-10 16:43:14 cri

ໃນກອງປະຊຸມວຽກງານຄຸ້ມຄອງໄປສະນີທົ່ວປະເທດຈີນປີ 2024 ທີ່ຈັດຂຶ້ນໃນວັນທີ 9 ມັງກອນນີ້, ທ່ານຈ້າວຊົ່ງຈິວ ຫົວໜ້າອົງການໄປສະນີແຫ່ງຊາດຈີນຢືນຢັນວ່າ: ຕາມການຄາດຄະເນຂອງອົງການໄປສະນີແຫ່ງຊາດ, ປີ 2023 ປະລິມານການສົ່ງເຄື່ອງດ່ວນຂອງຈີນມີເຖິງ 132 ຕື້ອັນ, ເພີ່ມຂຶ້ນຫຼາຍກວ່າປີກາຍ 19,5% ໂດຍສ້າງລາຍໄດ້ເຖິງ 1.200 ຕື້ຢວນ, ເພີ່ມຂຶ້ນ 14,5%.

ທ່ານຈ້າວຊົ່ງຈິວກ່າວວ່າ: ປີ 2024 ຂະແໜງການສົ່ງເຄື່ອງດ່ວນຍັງຈະສືບຕໍ່ຮັກສາທ່າອ່ຽງໃຫ້ສູງຂຶ້ນຢ່າງໝັ້ນທ່ຽງ, ຄາດວ່າປະມິມານການຮັບຝາກແລະສົ່ງເຄື່ອງຂອງຂະແໜງການໄປສະນີຈະມີເຖິງ 171,5 ຕື້ອັນ, ລາຍຮັບຈະມີເຖິງ 1.600 ຕື້ຢວນ, ເພີ່ມຂຶ້ນປະມານ 6%; ສ່ວນປະລິມານການສົ່ງເຄື່ອງດ່ວນຈະສຳເລັດ 142,5 ຕື້ອັນ ແລະ ມີລາຍຮັບເຖິງ 1.300 ຕື້ຢວນ, ເພີ່ມຂຶ້ນປະມານ 8%.