ວິສາຫະກິດ 300 ກວ່າແຫ່ງໄດ້ເຊັນສັນຍາເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7

2024-01-11 12:22:24 cri


ວັນທີ 9 ມັງກອນນີ້, ໃນພິທີເຜີຍແຜ່ “ບົດລາຍງານກ່ຽວກັບບົດບາດດ້ານການໂຄສະນາກ່ຽວກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6” ກໍຄື ພິທີເຊັນສັນຍາເພື່ອເຂົ້າຮ່ວມງານວາງສະແດງວິສາຫະກິດຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ໄດ້ຈັດຂຶ້ນຢູ່ສູນວາງສະແດງແຫ່ງຊາດທີ່ນະຄອນຊຽງໄຮ້. ບົດລາຍງານດັ່ງກ່າວລະບຸວ່າ: ການລາຍງານຂ່າວກ່ຽວກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ໃນຕະຫຼອດປີ 2023 ມີຫຼາຍກວ່າ 10 ຕື້ເທື່ອ, ຈຳນວນຄົນເຂົ້າເບິ່ງເວັບໄຊທາງການຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນໃນປີ 2023 ມີຫຼາຍກວ່າ 1 ຕື້ເທື່ອຄົນ, ການໂຄສະນາຜ່ານຫຼາຍຊ່ອງທາງທັງພາຍໃນແລະຕ່າງປະເທດໄດ້ເຂົ້າເຖິງປະມານ 2 ຕື້ເທື່ອຄົນ.

ໃນພິທີເຊັນສັນຍາເພື່ອເຂົ້າຮ່ວມງານວາງສະແດງວິສາຫະກິດຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ທີ່ຈັດຂຶ້ນໃນມື້ດຽວກັນ, ມີ 23 ວິສາຫະກິດໄດ້ເຊັນສັນຍາເພື່ອເຂົ້າຮ່ວມ, ເນື້ອທີ່ການວາງສະແດງໃນສັນຍາມີຫຼາຍກວ່າ 12.000 ຕາແມັດ. ຕາມຂ່າວແຈ້ງໃຫ້ຮູ້ວ່າ: ວຽກງານກະກຽມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ໄດ້ເລີ່ມດຳເນີນຢ່າງຮອບດ້ານ. ນັບມາຮອດປັດຈຸບັນ, ມີວິສາຫະກິດຫຼາຍກວ່າ 300 ແຫ່ງໄດ້ເຊັນສັນຍາເພື່ອເຂົ້າຮ່ວມງານວາງສະແດງການຄ້າວິສາຫະກິດ, ເນື້ອທີ່ການວາງສະແດງມີຫຼາຍກວ່າ 130.000 ຕາແມັດ.