ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງທ່ານນາງເຊັກ ຮາຊິນາທີ່ໄດ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີບັງກລາເທດອີກສະໄໝໜຶ່ງ

2024-01-11 14:35:25 CRI

 

ວັນທີ 11 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງທ່ານນາງ ເຊັກ ຮາຊິນາ ,ເພື່ອຊົມເຊີຍທ່ານນາງທີ່ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຂອງສາທາລະນະລັດປະຊາຊົນບັງກລາເທດອີກສະໄໝໜຶ່ງ.

 

ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ: ນັບແຕ່ຈີນແລະບັງກລາເທດສ້າງສາຍພົວພັນທາງການທູດເປັນເວລາ 49 ປີມານີ້, ສອງປະເທດໄດ້ເຄົາລົບເຊິ່ງກັນແລະກັນ, ປະຕິບັດຕໍ່ກັນຢ່າງສະເໝີພາບກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ໄດ້ໃຫ້ການສະໜັບສະໜູນເຊິ່ງກັນແລະກັນໃນບັນຫາທີ່ພົວພັນເຖິງຜົນປະໂຫຍດແກ່ນກາງຂອງໃຜຂອງລາວຢ່າງສະເໝີຕົ້ນສະເໝີປາຍ. ຫວັງວ່າຈີນ-ບັງກລາເທດຈະພະຍາຍາມຮ່ວມກັນ, ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນທີ່ໄດ້ບັນລຸໄວ້ລະຫວ່າງສອງຝ່າຍໃຫ້ດີຂຶ້ນຕື່ມອີກ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນໃນດ້ານການເມືອງ, ເພີ່ມທະວີການເຊື່ອມຕໍ່ດ້ານຍຸດທະສາດການພັດທະນາ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຈີນ-ບັງກລາແທດກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.