ຈີນເຫັນວ່າ RCEP ແມ່ນຕົວຢ່າງທີ່ມີຊີວິດຊີວາໃນການເຮັດໃຫ້ປະເທດໃນພາກພື້ນຊົມໃຊ້ໂອກາດການພັດທະນາຮ່ວມກັນ

2024-01-11 11:29:56 CRI


     ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 10 ມັງກອນນີ້, ທ່ານນາງມາວນີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບ ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ມີຜົນບັງຄັບໃຊ້ຄົບຮອບ 2 ປີ.

     ທ່ານນາງມາວມີງກ່າວວ່າ: ນັບແຕ່ RCEP ໄດ້ຮັບການຈັດຕັ້ງປະຕິບັດເປັນເວລາ 2 ປີມານີ້, ຕົ້ນທຶນດ້ານການຄ້າໃນພາກພື້ນໄດ້ຫຼຸດລົງຢ່າງຫຼວງຫຼາຍ, ຕ່ອງໂສ້ການຜະລິດ ແລະຕ່ອງໂສ້ການສະໜອງໄດ້ມີການພົວພັນທີ່ແໜ້ນແຟ້ນກວ່າເກົ່າ, ແລະກາຍເປັນຕົວຢ່າງທີ່ມີຊີວິດຊີວາໃນການເຮັດໃຫ້ປະເທດໃນພາກພື້ນຊົມໃຊ້ໂອກາດການພັດທະນາຮ່ວມກັນ. ນັບແຕ່ເດືອນມັງກອນຫາເດືອນພະຈິກປີ 2023, ຈີນໄດ້ນຳເຂົ້າໝາກຖົ່ວລຽນສົດຈາກປະເທດສະມາຊິກ RCEP ເຊັ່ນ: ໄທ, ຫວຽດນາມ ແລະອື່ນໆ ທີ່ມີມູນຄ່າສູງເຖິງ 46,61 ຕື້ຢວນ ເຊິ່ງເປັນ 1,7 ເທົ່າຂອງໝົດປີ 2021. ຈີນຍິນດີສືບຕໍ່ຮ່ວມກັບຝ່າຍຕ່າງໆ, ຈັດຕັ້ງປະຕິບັດ RCEP ຢ່າງຮອບດ້ານແລະມີຄຸນນະພາບສູງ, ເຮັດໃຫ້ເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກນີ້ໄດ້ສ້າງຜົນປະໂຫຍດຫຼາຍກວ່າເກົ່າ ແລະເຮັດໃຫ້ບັນດາປະເທດສະມາຊິກມີການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ.