ການຜະລິດ ແລະ ຈຳໜ່າຍລົດຂອງປະເທດຈີນຫຼາຍກວ່າ 30 ລ້ານຄັນເປັນຄັ້ງທຳອິດ

2024-01-11 15:01:36 cri

    ອີງຕາມຂໍ້ມູນທີ່ສະມາຄົມອຸດສາຫະກຳລົດຈີນເຜີຍໃຫ້ຮູ້ໃນວັນທີ 11 ມັງກອນນີ້ສະແດງໃຫ້ເຫັນວ່າ: ປີ 2023, ປະເທດຈີນໄດ້ຜະລິດລົດ 30,161 ລ້ານຄັນ, ໄດ້ເພີ່ມຂຶ້ນ 11,6% ເມື່ອທຽບໃສ່ປີ 2022;  ໄດ້ຈຳໜ່າຍ 30,094 ລ້ານຄັນ, ເພີ່ມຂຶ້ນ 12%, ໃນນັ້ນໄດ້ສົ່ງອອກລົດ 4,91 ລ້ານຄັນ, ໄດ້ເພີ່ມຂຶ້ນ 58% ເມື່ອທຽບໃສ່ປີ 2022. ຈີນອາດຈະກາຍເປັນປະເທດສົ່ງອອກລົດຫຼາຍທີ່ສຸດໃນໂລກ.